ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງປະທານ ສນຊ ເຂົ້າຮ່ວມພິທີວາງສິລາເລີກການກໍ່ສ້າງຫ້ອງການກອງທຶນບ້ານສາມັກຄີ ແນວລາວສ້າງຊາດ

ພິທີວາງສິລາເລີກການກໍ່ສ້າງຫ້ອງການກອງທຶນບ້ານສາມັກຄີ ແນວລາວສ້າງຊາດ ໂຄງການຊຸກຍູ້ສົ່ງເສີມການຜະລີດເປັນສິນຄ້າຕິດພັນກັບການທ່ອງທ່ຽວ ແຂວງ ສະຫວັນນະເຂດ ໄດ້ຈັດຂຶ້ນທີ່ ບ້ານ ຍາງຄໍ້າ ເມືອງໄຊບູລີ ແຂວງ ສະຫວັນນະເຂດ ໃນວັນທີ 24 ສິງຫາ 2020 ນີ້. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆສະຫວັນນະເຂດ, ທ່ານ ນ ແສງດາວ ບຸພະກອນຄໍາ ຮອງປະທານກຸ່ມບໍລິສັດ ພົງສະຫວັນ, ທ່ານ ອ່່ອນລໍາພັນ ບົວສີແກ້ວ ເລຂາພັກເມືອງ  ເຈົ້າເມືອງໆໄຊບູລີ ມີພະນັກງານແນວລາວສ້າງຊາດແຂວງ, ກຸ່ມ ບໍລິສັດພົງສະຫວັນ, ຄະນະນໍາພັກເມືອງ, ພະນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍປະຊາຊົນ ບ້ານ ຍາງຄໍ້າເຂົ້າຮ່ວມ.

ໃນພີທີຄັ້ງນີ້ ທ່ານ ບຸນມີ ຍີ່ສົມບັດ ປະທານຄະນະບໍລິຫານກອງທຶນ ບ້ານ ຍາງຄໍ້າ ໄດ້ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວຂອງກອງທຶນບ້ານ ເຊິ່ງທ່ານໃຫ້ຮູ້ວ່າ: ການກໍ່ສ້າງຫ້ອງການກອງທຶນບ້ານສາມັກຄີ ແນວລາວສ້າງຊາດ ເພື່ອເປັນບ່ອນໃຫ້ຄໍາແນະນໍາ, ປຶກສາຫາລື, ເປັນສູນຂໍ້ມູນການເຂົ້າເຖິງແຫລ່ງທຶນຂອງປະຊາຊົນ ໃນການນໍາເອົາແຫລ່ງທຶນລົງສູ່ການຜະລິດ ດ້ານກະສິກໍາ, ຫັດຖະກໍາຕິດພັນການທ່ອງທ່ຽວໃຫ້ເຂົ້າເຖິງປະຊາຊົນຂັ້ນທ້ອງຖິ່ນຂອງຕົນ, ເພື່ອສົ່ງເສີມການຜະລິດສິນຄ້າ ຍົກລະດັບຊິວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານໃຫ້ດີຂຶ້ນເທື່ອລະກ້າວຕາມນະໂຍບາຍຂອງພັກລັດວາງອອກ ກໍຄືການຊຸກຍູ້ຂອງອົງການແນວລາວສ້າງຊາດ.

ໃນພິທີດັ່ງກ່າວ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ເປັນກຽດກ່າວເປີດພິທີວາງສິລາເລີກ ແລະ ກ່າວຊົມເຊີຍຕໍ່ຄະນະຮັບຜິດຊອບໂຄງການທີ່ໄດ້ມີຄວາມພະຍາຍາມປະສານສົມທົບກັບອົງ ການປົກຄອງແຂວງ, ເມືອງ, ແນວລາວສ້າງຊາດແຂວງ, ຜູ້ຊົງຄຸນວຸດທິ ແລະ ປະຊາຊົນໃນການກໍ່ສ້າງຫ້ອງການກອງທຶນສາມັກຄີ ເວົ້າລວມ, ເວົ້າສະເພາະ ກໍ່ເພື່ອເປັນການຕອບສະໜອງທາງດ້ານທຶນຮອນໃຫ້ແກ່ປະຊາຊົນພາຍໃນບ້ານຍາງຄໍ້າ ແລະ ບ້ານໃກ້ຄຽງ ເພື່ອກູ້ຢືມໄປທໍາການຜະລິດ ສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ໃນອານາຄົດໃຫ້ກາຍເປັນຕົວແບບທາງດ້ານກະສິກໍາ ໃນການຜະລິດເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ. ພ້ອມດຽວກັນນັ້ນ, ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈໍາພັກແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ຊົມເຊີຍຕໍ່ຄະນະຮັບຜິດຊອບ, ການນໍາຂອງເມືອງ-ບ້ານ, ແນວລາວສ້າງຊາດ ແລະ ກຸ່ມບໍລິສັດ ພົງສະຫວັນ ທີ່ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານກອງທຶນ ເພື່ອຊ່ວຍແກ້ໄຂບັນຫາແຫຼ່ງທຶນໃນການປູກ, ການລ້ຽງ ແລະ ທໍາການຜະລິດຂອງປະຊາຊົນພາຍໃນບ້ານ ໃຫ້ມີຄວາມຍືນຍົງ ແລະ ມີປະສິດທິຜົນສູງຂື້ນ.

ໃນວັນທີ 25 ສິງຫາ 2020 ກໍ່ໄດ້ມີພິທີວາງສີລາເລີກການກໍ່ສ້າງຫ້ອງການກອງທຶນບ້ານສາມັກຄີ ແນວລາວສ້າງຊາດ ໂຄງການຊຸກຍູ້ສົ່ງເສີມການຜະລີດເປັນສິນຄ້າຕິດພັນກັບການທ່ອງທ່ຽວ ແຂວງ ສະຫວັນນະເຂດ ທີ່ ບ້ານ ລະຫານໍ້າ ເມືອງ ສອງຄອນ ແຂວງສະຫວັນນະເຂດຕື່ມອີກ;​ ໂດຍມີເຈົ້າເມືອງໆສອງຄອນເຂົ້າຮ່ວມ; ໃນໂອກາດນີ້ ທ່ານ ຮອງປະທານ ສນຊ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນການເຊັນສັນຍາສັນຍາຊື້-ຂາຍ ຜະລິດຕະພັນຜ້າແພລະຫານໍ້າ ລະຫວ່າງ ບໍລິສັດ ໄພບູນການຄ້າ ຂາອອ-ຂາເຂົ້າ ຈໍາກັດ ແລະ ກຸ່ມຕໍ່າແພລະຫານໍ້າ.

info@lfnd.org.la | 021 213754 | (856-21) 453191