ໃນວັນທີ 22 ກຸມພາ 2020 ນີ້, ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ເຂົ້າຮ່ວມງານມະຫາກຳບຸນຊ້າງ ປະຈຳປີ 2020 ຢູ່ແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມມີທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆໄຊຍະບູລີ, ມີການນຳພັກ-ລັດຈາກກະຊວງ-ອົງການ, ແຂວງໄຊຍະບູລີ ແລະ ການນຳຂອງບັນດາເມືອງພາຍໃນແຂວງ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆໄຊຍະບູລີ ໄດ້ລາຍງານປະຫວັດຄວາມເປັນມາຂອງງານມະຫາກຳບຸນຊ້າງ ໂດຍຫຍໍ້ວ່າ: ການຈັດງານມະຫາກຳບຸນຊ້າງແມ່ນໄດ້ຈັດຂຶ້ນທຸກໆປີ ເຊິ່ງປີ 2020 ນີ້ແມ່ນເປັນຄັ້ງທີ 14 ເພື່ອແນໃສ່ອະນຸລັກຮັກສາຊ້າງ, ເປັນການຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງປະຊາຊົນລາວບັນດາເຜົ່າແຂວງໄຊຍະບູລີ ທີ່ດຳລົງຊີວິດຕິດພັນກັບຊ້າງມາໃນເມື່ອນກ່ອນ ພ້ອມທັງເປັນເວທີສະແດງຄວາມສາມາດ, ທັກສະການຄວບຄຸມຊ້າງ ແລະ ສະແດງຊ້າງຄຳຮູ້. ພ້ອມກັນນີ້, ໄດ້ຮັບຊົມຂະບວນແຮ່ພາຂັວນຊ້າງ, ຂະບວນແຫ່ຊ້າງຈຳນວນ 72 ໂຕ ໃນນີ້ມີຊ້າງເຜືອກ 1 ໂຕ, ການເດີນຂະບວນຂອງ 11 ເມືອງ ທົ່ວແຂວງ, ການສະແດງຊ້າງຄຳຮູ້, ພິທີບາສີສູ່ຂວັນຊ້າງ ແລະ ຮັບຊົມການສະແດງສີລະປະວັນນະຄະດີຈຳນວນໜຶ່ງຕື່ມອີກ.
ໂອກາດນີ້, ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ພ້ອມດ້ວຍຄະນະ ໄດ້ເຂົ້າເຮັດວຽກນຳແນວລາວສ້າງຊາດແຂວງ ແລະ ໄດ້ຮັບຟັງການລາຍງານ ຜົນງານການເຄື່ອນໄຫວໃນໄລຍະຜ່ານມາຂອງແນວລາວສ້າງຊາດແຂວງ ແລະ ແນວລາວສ້າງຊາດບັນດາເມືອງພາຍໃນແຂວງ ໂດຍຫຍໍ້ ຈາກທ່ານ ຄຳສິງ ສໍລະສຸກ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ແນວລາວສ້າງຊາດເມືອງ 10 ເມືອງ ໄດ້ສຳເລັດກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດເມືອງ ແລະ ແນວລາວສ້າງຊາດແຂວງພວມກະກຽມກອງປະຊຸມໃຫ່ ຜູ້ແທນແນວລາວສ້າງຊາດທົ່ວແຂວງ ທີ່ຈະຈັດຂຶ້ນໃນໝໍ່ໆນີ້.
ທ່ານ ຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວໃນໄລຍະຜ່ານມາຂອງແນວລາວສ້າງຊາດແຂວງ ແລະ ແນວລາວສ້າງຊາດບັນດາເມືອງ ແລະ ທ່ານ ໄດ້ມີບາງຄຳເຫັນໂອ້ລົມຕື່ມວ່າ: ໃຫ້ແນວລາວສ້າງຊາດແຂວງ ແລະ ແນວລາວສ້າງຊາດເມືອງ ໃຫ້ສືບຕໍ່ເປັນຄັນທຸງເຕົ້າໂຮມ, ປຸກລະດົມ, ຊຸມຍູ້ປະຊາຊົນລາວບັນດາເຜົ່າພາຍໃນແຂວງ ໃຫ້ມີຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ, ເປັນອັນໜຶ່ງອັນດຽວກັນ, ມີຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປຸກລະດົມປະຊາຊົນໃຫ້ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງແຕ່ລະເຜົ່າ ແລະ ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂື້ນ. ພ້ອມກັນນີ້, ທ່ານ ຮອງປະທານ ສນຊ ກໍໄດ້ມອບຄອມພິວເຕີ ຈຳນວນ 12 ຊຸດ ໃຫ້ແນວລາວສ້າງຊາດແຂວງ ແລະ ແນວລາວສ້າງຊາດ ບັນດາເມືອງພາຍໃນແຂວງໄຊຍະບູລີ ຕື່ມອີກ.
