ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ເກັບກຳສະພາບການພັດທະນາທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ຂອງຊົນເຜົ່າ ກຣີ (ເຜົ່າຕອງເຫຼືອງ), ພົບປະໂອ້ລົມພະນັກງານຫລັກແຫລ່ງແນວລາວສ້າງຊາດແຂວງ ແລະ ປະຊາຊົນລາວບັນດາເຜົ່າ ຢູ່ບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູລີ ໃນລະຫວ່າງວັນທີ 9-11 ເມສາ 2023 ນີ້ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານ ຄໍາສີ ແພງປະເສີດ ປະທານແນວລາວສ້າງຊາດແຂວງໄຊຍະບູລີ ພ້ອມດ້ວຍພະນັກງານຫຼັກແຫຼ່ງແນວແນວລາວສ້າງຊາດ ແລະ ກຳມະການແນວລາວສ້າງຊາດແຂວງ.

ໃນໂອກາດທີ່ລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບລວມຂອງແນວລາວສ້າງຊາດ ແຂວງ, ແນວລາວສ້າງຊາດເມືອງພຽງ ແລະ ບົດລາຍງານສະພາບລວມຂອງບ້ານ ໂພນທອງ ໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນ, ດ້ານອ່ອນ, ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ຈຳນວນໜຶ່ງ ເປັນຕົ້ນ: ວຽກງານເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ການຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນກັບການຜັນຂະຫຍາຍ 2 ວາລະແຫ່ງຊາດ, ວຽກງານປັບປຸງກົງຈັກ ການຈັດຕັ້ງ, ວຽກງານຊົນເຜົ່າ-ສາສະໜາ, ເສີມຂະຫຍາຍສິດເປັນເຈົ້າ ແລະ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ. ພ້ອມດຽວກັນນີ້ ໄດ້ທົບທວນຄືນ ແລະ ເກັບກຳບັນດາຊົນເຜົ່າທີ່ສະພາແຫ່ງຊາດໄດ້ຮັບຮອງຜ່ານມາວ່າ ຍັງມີເຜົ່າໃດແດ່ ທີ່ຍັງມີຄວາມຫຍຸ້ງຍາກ ແລະ ທຸກຍາກ, ໜຶ່ງໃນນັ້ນແມ່ນຊົນເຜົ່າ ກຣີ (ເຜົ່າຕອງເຫຼືອງ) ທີດຳລົງຊີວິດຢູ່ໃນເຂດປ່າ ບ້ານໂພນທອງ, ເມືອງພຽງ, ແຂວງໄຊຍະບູລີ ເຊິ່ງເປັນເຜົ່າທີ່ຍັງມີຄວາມທຸກຍາກ, ບໍ່ມີທີ່ຢູ່ອາໄສເປັນຫຼັກແຫຼ່ງ, ຫາກິນ ຕາມທໍາມະຊາດ. ຍ້ອນເຫັນໄດ້ແນວນັ້ນ, ຈຶ່ງໄດ້ປືກສາຫາລືກັບ ການນໍາແຂວງ, ອົງການປົກຄອງເມືອງ, ອົງການປົກຄອງບ້ານ, ເພື່ອຈະໄດ້ພ້ອມກັນວາງແຜນໃນການແກ້ໄຂ, ຊອກຫາທາງອອກໃຫ້ເຂົາເຈົ້າ, ເປັນຕົ້ນ: ແມ່ນໃຫ້ການຊ່ວຍ ເຫຼືອດ້ານທີ່ຢູ່ອາໄສແບບຖາວອນ, ການທໍາມາຫາກິນດ້ວຍການປູກຝັງ, ລ້ຽງສັດ, ເຮັດກະສິກຳເປັນຕົ້ນ ແລະ ລະດົມທຶນນໍາພາກສ່ວນຕ່າງໆ ເພື່ອໃຫ້ການຊ່ວຍເຫຼືອ, ພ້ອມດຽວກັນນັ້ນ ທ່ານຮອງປະທານ ສນຊ ພ້ອມຄະນະ ກໍ່ໄດ້ລົງເບິ່ງ ພື້ນທີ່ຕົວຈິງບ່ອນທີ່ຢູ່ອາໄສຂອງຊົນເຜົ່າກຣີ, ເກັບກໍາລາຍຊື່ຂອງແຕ່ລະຄົນຢ່າງລະອຽດ.
ໂອກາດທີ່ ທ່ານ ຮອງປະທານຜູ້ປະຈໍາການ ລົງເຄື່ອນໄຫວເຮັດວຽກຢູ່ແຂວງດັ່ງກ່າວ, ທ່ານໄດ້ມີບາງຄໍາເຫັນໃຫ້ແນວລາວສ້າງຊາດແຂວງ, ເມືອງ ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທັ່ວປະເທດຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານໃຫ້ປະກົດຜົນເປັນຈິງ, ໃຫ້ເຊື່ອມຊຶມ, ຜັນຂະຫຍາຍມະຕິ ແລະ ເນື້ອໃນກອງປະຊຸມວຽກງານ ການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ເຂົ້າສູ່ຂົງເຂດແນວລາວສ້າງຊາດທົ່ວປະເທດ, ສະເໜີໃຫ້ແນວລາວສ້າງຊາດ ແຂວງ, ເມືອງ ສືບຕໍ່ເພີ່ມທະວີສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າພາຍໃນແຂວງ ໃຫ້ໜັກແໜ້ນ ແລະ ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າເພີ່ມທະວີເປັນເຈົ້າການ, ຕື່ນຕົວພັດທະນາຊີວິດການເປັນຢູ່ຂອງຕົນ ໂດຍສະເພາະແມ່ນຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ສະເໜີໃຫ້ແນວລາວສ້າງຊາດແຂວງເປັນເຈົ້າການປະສານສົມທົບພາກສ່ວນກ່ຽວຂ້ອງຄົ້ນຄ້ວາ, ແກ້ໄຂ ແລະ ວາງທິດທາງພັດທະນາຊົນເຜົ່າ ກຣີ ຢູ່ເມືອງພຽງໃນຕໍ່ໜ້າຕາມເງື່ອນໄຂຕົວຈິງ ໂດຍສະເໜີຫາລັດຖະບານ, ຈັດຕັ້ງປະຕິບັດເນື້ອ ໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງແນວລາວສ້າງຊາດ (2023-2025), ໃນນັ້ນ, ໃຫ້ເອົາໃຈໃສ່ປະຕິບັດເນື້ອໃນ 4 ການຫັນປ່ຽນຂອງແນວລາວສ້າງຊາດໃຫ້ເປັນຮູບປະທໍາ; ເອົາໃຈໃສ່ຜັນຂະຫຍາຍບົດບັນທຶກ 4 ຮ່ວມລະຫວ່າງ ແນວລາວສ້າງຊາດ, ສະຫະພັນນັກຮົມເກົ່າ ແລະ ອົງການຈັດຕັ້ງມະຫາຊົນໃຫ້ບັນລຸຜົນເປັນຈິງ.
ໃນໂອກາດນີ້ ທ່ານ ຮອງປະທານຜູ້ປະຈໍາການ ສນຊ ແລະ ທ່ານ ພູວົງ ພະມີສິດ ກຳມະການ ສນຊ ໄດ້ນໍາເຄື່ອງນຸ່ງຮົ່ມ, ເຂົ້າສານອາຫານແຫ້ງ ຊ່ວຍເຫຼືອ ຊົນເຜົ່າ ກຣີ (ເຜົ່າຕອງເຫຼືອງ) ແລະ ປະຊາຊົນ ບ້ານໂພນທອງ, ເມືອງພຽງ ແຂວງໄຊຍະບູລີ ຕື່ມອີກ.
