ໃນວັນທີ 24 ຕຸລາ 2022 ນີ້ທີ່ສູນກາງແນວລາວສ້າງຊາດ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບພຣະອາຈານໃຫຍ່ ພຣະເທບເວທີ ຮອງອະທິການບໍດີ ຝ່າຍກິດຈະການນິສິດ ມະຫາວິທະຍາໄລມະຫາຈຸລາລົງກອນລາຊະວິທະຍາໄລ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ.
ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສົງ ຢູ່ທີ ສປປ ລາວ ໃນຄັ້ງນີ້. ທ່ານໄດ້ກ່າວວ່າ ການມາຢ້ຽມຢາມ ສປປ ລາວ ໃນຄັ້ງແມ່ນເປັນການປະກອບສ່ວນເຂົ້າໃນການພົວພັນຮ່ວມມື ລະຫວ່າງອົງການພຸດທະສາສະໜາສຳພັນລາວ ແລະ ມະຫາວິທະຍາໄລມະຫາຈຸລາລົງກອນລາຊະວິທະຍາໄລ ແຫ່ງ ຣາຊະອານາຈັກໄທ ແລະ ໄດ້ກ່າວສະແດງຄວາມຂອບໃຈມະຫາວິທະຍາໄລມະຫາຈຸລາລົງກອນລາຊະວິທະຍາໄລ ທີ່ໄດ້ໃຫ້ການຊ່ວຍເຫຼືອອົງການພຸດທະສາສະໜາສຳພັນລາວ ເປັນຕົ້ນແມ່ນການຊ່ວຍເຫຼືອດ້ານວຽກງານການສຶກສາ ໃຫ້ພະສົງລາວ ໃນໄລຍະຜ່ານມາ.
ພະອາຈານໃຫຍ່ ພຣະເທບເວທີ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງແຈ້ງຈຸດປະສົງໃນການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ.
ພ້ອມກັນນັ້ນ, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະນຳ ຂອງສູນກາງແນວລາວສ້າງຊາດ ກໍໄດ້ເຂົ້າຮ່ວມພິທີມອບປະລິນຍາດຸສະດີບັນດິດກິດຕິມະສັກ ສາຂາພຸດທະສາສະໜາ ໂດຍມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ແຫ່ງຣາຊະອາຈັກໄທ ມອບໃຫ້ທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຢູ່ທີສະພາແຫ່ງຊາດ.