ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ​ຮອງ​ປະ​ທ່ານ ຜູ້ປະຈຳການ ສູນກາງແນວລາວສ້າງຊາດ ພ້ອມ​ດ້ວຍ​ຄະ​ນະ ເຂົ້າ​ຢ້ຽມ​ຂ່ຳ​ນັບ ທ່ານ​ປະ​ທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ

ເນື່ອງ​ໃນ​ໂອ​ກາດ​ເຄືອນ​ໄຫວ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢ່າງ​ເປັນ​ທາງ​ການ ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ  ນຳໂດຍ ທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ຮອງປະ ທານຜູ້ປະຈຳການສູນກາງແນວລາວສ້າງຊາດ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບທ່ານ ໂດວັນຈຽນ ເລຂາທິການສູນກາງພັກກອມມູນິດຫວຽດນາມ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ທີ່​ສຳ​ນັກ​ງານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດ​ນາມ ໃນ​ວັນ​ທີ 13 ກັນ​ຍາ 2022.

ໃນໂອກາດນີ້, ທ່ານ​ປະ​ທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ສະ​ແດງຄ​ວາມ​ຍິນ​ດີ​ຕ້ອນ​ຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສ​ສ ຫວຽດ​ນາມ ຂອງຮອງ​ປະ​ທານຜູ້ປະຈຳການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ພ້ອມດ້ວຍຄະນະ ເຊິ່ງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເວົ້າ​ລວມ, ເວົ້າ​ສະ​ເພາະ​ ແມ່ນອົງ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດ​ນາມ ແລະ​ ອົງ​ການ​ແນວ​ລາວ​ສ້າງ​ຊາດ ໃຫ້​ແໜ້​ແຟ້ນ​ຂຶ້ນ​ເລື່ອຍໆ;

ທ່ານຮອງປະທານຜູ້ປະຈຳການ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້ຕາງ​ໜ້າ​ຄະ​ນະສະ​ແດງຄວາມຂອບໃຈ​ເປັນ​ຢ່າງ​ຍິ່ງ ຕໍ່ທ່ານປະ​ທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດ​ນາມ ທີ່ໄດ້ໃຫ້​ການຕ້ອນຮັບຢ່າງອົບອຸ່ນ.

ຂ່າວ+ພາບ: ຈິດຕະພົງ ໂພທິລັກ

ບກ: ສືເຊັ່ງ ຈື້ໄຊ

info@lfnd.org.la | 021 213754 | (856-21) 453191