ບັນດາການນໍາຂັ້ນສູງ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ໂດວັນຈຽນ ເລຂາທິການສູນກາງພັກກອມມູນິດຫວຽດນາມ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມຄະນະໃນວັນທີ 27 ກໍລະກົດ 2022ນີ້ ທີ່ຫ້ອງວ່າການສູນກາງພັກ.
ໃນໂອກາດດັ່ງກ່າວ,ສະຫາຍ ເລຂາທິການໃຫຍ່ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ຂອງ ສະຫາຍໂດວັນຈຽນ,ເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ ເຊິ່ງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດກໍ່ຄືປະຊາຊົນສອງຊາດລາວ-ຫວຽດນາມໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສອງພັກ-ສອງລັດ ຂອງພວກເຮົາທີ່ມີມູນເຊື້ອການຮ່ວມມືມາຍາວນານບໍ່ສາມາດຕັດອອກຈາກັນໄດ້ ເຊີ່ງໃນປີນີ້ເປັນປີທີ່ມີຄວາມໝາຍສໍາຄັນ ສອງປະເທດພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງ2ວັປະຫວັດສາດ ລາວ-ຫວຽດນາມ ໃນປີ 2022 ເປັນຂະບວນການຟົດຟື້ນເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານ ຂອງ ສອງປະເທດ.
ສະຫາຍໂດວັນຈຽນ, ເລຂາທິການສູນກາງພັກກອມມູນິດຫວຽດນາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ລາຍງານໃຫ້ ສະຫາຍ ເລຂາທິການໃຫຍ່ ແຫ່ງ ສປປ ລາວ ກ່ຽວກັບ ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ສປປ ລາວ ໃນຄັ້ງນີ້.
ພ້ອມດຽວກັນນີ້ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ພັນຄຳ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສຳນັກງານນາຍົກລັດຖະມົນຕີ
ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ຕື່ມອີກ.