ສູນກາງແນວລາວສ້າງຊາດ

Lao Front For National Development

ບາງຜົນງານອັນພົ້ນເດັ່ນຂອງການຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າຄະນະກຳມະການສູນກາງແນວລາວສ້າງຊາດ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ລາວ ແລະ ອົງການຈັດຕັ້ງມະຫາຊົນ ປະກອບຄຳເຫັນ ໃນຫົວຂໍ້ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະໃໝ່.

ໃນ​ໂອ​ກາດ​ອັນ​ມີ​ຄວາມ​ໝາຍ​ສຳ​ຄັນນີ້, ຂ້າພະ​ເຈົ້າ ຂໍ​ນຳ​​ເອົ​າຄວາມ​ຊົມ​ເຊີຍ ແລະ ພອນໄຊອັນ​ປະ​ເສີດ​ຈາກ​ຄະນະ​ກໍາມະການສູນກາງແນວລາວສ້າງຊາດ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ລາວ, ບັນ​ດາອົງການຈັດຕັ້ງມະຫາຊົນ​ຂອງ​ພັກ ​ແລະ ປະຊາຊົນ​ລາວບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ ​ມາ​ຍັງ​ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຢ່າງ​ສຸດ​ອົກ​ສຸດ​ໃຈ (ຂໍຊົມ​ເຊີຍ)!

ຄະນະປະທານ, ແຂກທີ່​ມີ​ກຽດ, ຜູ້ແທນກອງປະຊຸມໃຫຍ່ ທີ່ນັບຖື ແລະຮັກແພງ!

ຄືບັນດາສະຫາຍຮັບຮູ້ແລ້ວວ່າ, ແນວລາວສ້າງຊາດ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ລາວ ແລະ ​ບັນ​ດາອົງການຈັດຕັ້ງມະຫາຊົນຂອງ​ພັກ ເປັນ​ອົງປະກອບສໍາຄັນທີ່ຕັດແຍກບໍ່ໄດ້ ໃນລະບົບການເມືອງ ຂອງ​ລະ​ບອບປະຊາທິປະໄຕປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວ ເປັນແກນນໍາ; ແນວລາວສ້າງຊາດ ແມ່ນອົງການສໍາພັນທາງການເມືອງຂອງທົ່ວສັງຄົມ, ເປັນສະຫະພັນຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດໄວ ລວມທັງຕົວແທນຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ; ສະ​ຫະ​ພັນ​ນັກ​ຮົບ​ເກົ່າລາວ ແລະ ບັນ​ດາອົງການຈັດຕັ້ງມະຫາຊົນຂອງພັກ ແມ່ນອົງການຈັດຕັ້ງການເມືອງ-ສັງຄົມ, ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກ ແລະ ພົນລະເມືອງທີ່ຢູ່ໃນຄວາມຮັບຜິດຊອບຂອງອົງການຕົນ. ແນວລາວສ້າງຊາດ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ລາວ ແລະ ອົງການຈັດຕັ້ງມະຫາຊົນ ແຕ່ລະຂັ້ນ ໄດ້ເປັນເຈົ້າການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປວງຊົນລາວບັນດາເຜົ່າ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໃນການປະຕິບັດແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ.

ໃນນັ້ນ, ວຽກງານຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແມ່ນໜຶ່ງໃນມາດຕະຖານການພັດທະນາຂອງລັດຖະບານ ຕາມທິດສາມສ້າງ ຕິດພັນກັບຂະບວນການການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ, ຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນຮົບເກົ່າລາວ, ຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ, ຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ ແລະ ຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ແນວລາວສ້າງຊາດ ໄດ້ປະສານສົມທົບກັບບັນດາອົງການພາຄີ ແລະ ພາກສ່ວນຕ່າງໆ ໂດຍສະເພາະແມ່ນບັນດາອົງການຈັດຕັ້ງມະຫາຊົນ ໃນການປະກອບສ່ວນຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຊຶ່ງໄລຍະຜ່ານມາ ໄດ້ຈັດຕັ້ງປະຕິບັດບາງວຽກງານ​ອັນພົ້ນເດັ່ນ ດັ່ງນີ້:

  1. ແນວລາວສ້າງຊາດ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງ​ພັກ ແຕ່ລະຂັ້ນ ​ໄດ້​ເປັນ​ເຈົ້າການລົງພົບປະໂອ້ລົມ, ໂຄສະນາ, ສຶກສາອົບຮົມ, ປຸກລະດົມຂົນຂວາຍ ປະຊາຊົນບັນດາເຜົ່າ ຢູ່ທ້ອງຖິ່ນຮາກຖານ ໃຫ້ມີຄວາມສາມັກຄີປອງດອງ, ມີຄວາມສະເໝີພາບຍິງ-ຊາຍ, ມີນໍ້າໃຈຊ່ວຍເຫຼືອເຊິ່ງກັນແລະກັນ, ມີຄວາມຕື່ນຕົວເປັນເຈົ້າການສ້າງບ້ານທີ່ມີຄວາມສາມັກຄີ ແລະ ບ້ານພັດທະນາ ໂດຍບໍ່ຈໍາແນກຊົນເຜົ່າ ແລະ ສາສະໜາ, ປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລະບຽບ-ກົດໝາຍຂອງລັດ;
  2. ເຮັດໃຫ້ຂະ​ແໜງ​ການ​ ກໍ​ຄື​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ຢູ່​ທ້ອງ​ຖິ່ນ-ຮາກ​ຖານ ມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດລະບຽບຂອງບ້ານເມືອງ ແລະ ເຂົ້າຮ່ວມຂະບວນການຕ່າງໆຂອງຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນ ເປັນປົກກະຕິ; ຕື່ນຕົວເປັນເຈົ້າການເຂົ້າຮ່ວມໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ​ຕັ້ງ​ໜ້າປະກອບສ່ວນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
  3. ​​ເຮັດໃຫ້ທຸກຄອບຄົວ​ພາຍໃນບ້ານ ສາ​ມາດປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ; ເດັກນ້ອຍໃນເກນອາຍຸ ໄດ້ເຂົ້າໂຮງຮຽນ ແລະ ປະຊາຊົນໄດ້ຮັບການບໍລິການດ້ານສາທາລະນະສຸກຢ່າງກວ້າງຂວາງ ແລະ ທົ່ວເຖິງ;
  4. ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າ ສ້າງບ້ານໃຫ້ເປັນບ້ານພົ້ນທຸກ, ມີກອງທຶນພັດທະນາບ້ານ ຫຼື ມີຄັງສະສົມຂອງບ້ານ ແລະ ພື້ນຖານເສດຖະກິດຂອງບ້ານ ມີການຂະຫຍາຍຕົວຕໍ່ເນື່ອງ; ເອົາ​ໃຈ​ໃສ່ປົກປັກຮັກສາສິ່ງແວດລ້ອມຕາມທິດຍືນຍົງເທື່ອ​ລະ​ກ້າວ;
  5. ເຮັດໃຫ້ລະບົບການເມືອງ-ການປົກຄອງທ້ອງຖິ່ນ ມີຄວາມໜັກແໜ້ນ-ເຂັ້ມແຂງ, ອົງການແນວລາວສ້າງຊາດ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າລາວ​ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂອງ​ພັກ ແຕ່​ລະ​ຂັ້ນ ​ໄດ້​ຮັບ​ການ​ປັບ​ປຸງໃຫ້ມີຄວາມເຂັ້ມແຂງ ສາມາດເປັນໃຈກາງສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີບັນ​ດາ​ເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ; ແກ້ໄຂຂໍ້ຂັດແຍ່ງ, ປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານ ເຮັດໃຫ້ບ້ານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນພື້ນຖານອັນໜັກແໜ້ນ ຂອງລະບອບປະຊາທິປະໄຕປະຊາຊົນ;
  6. ໄດ້ເອົາໃຈໃສ່ຊຸກຍູ້ການສ້າງ ແລະ ສົ່ງເສີມຕົວແບບໃນການພັດທະນາແກ້ໄຂຄວາມທຸກຍາກ ແລະ ຫຼາຍໆກິດຈະກໍາຢ່າງເປັນຂະບວນຟົດຟື້ນ ເຂົ້າຮ່ວມວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ວັນສໍາຄັນອື່ນໆ ຕິດພັນກັບ​ຂະ​ບວນການຈັດຕັ້ງປະຕິບັດ​ບັນ​ດາຂໍ້​ແຂ່ງ​ຂັນ ມີ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ ເປັນຕົ້ນ: ຂະບວນການສ້າງຄອບຄົວສາມັກຄີປອງດອງ ໄດ້ 876,875 ຄອບຄົວ, ບ້ານສາມັກຄີປອງດອງໄດ້ 5,561 ບ້ານ ແລະ ເມືອງສາມັກຄີປອງດອງ 9 ເມືອງ; ຂະບວນການປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນຮົບເກົ່າລາວ ໄດ້ 393 ບ້ານ; ຂະບວນການປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ ໄດ້ 17 ແຂວງ ແລະ ນະຄອນຫຼວງ, ໄດ້ 145 ເມືອງ, ໄດ້ 7,987 ບ້ານ, ໄດ້ 1,072,266 ຄອບຄົວ, ພົນລະເມືອງດີ ໄດ້ 1,168,813 ຄົນ ແລະ ພັດທະນາດີ ໄດ້ 1,096,891 ຄົນ; ຂະບວນການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ໄດ້ 17 ແຂວງ ແລະ 10 ກະຊວງ-ອົງການ; ຂະບວນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ 12 ແຂວງ-ນະຄອນຫຼວງ, 16 ກະຊວງ, 15 ອົງການ, 141 ເມືອງ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງກອງເຍົາວະຊົນທັນວາ ໃນທົ່ວປະເທດ ໄດ້ 78%.

ຄະນະປະທານ, ແຂກທີ່ມີກຽດ, ຜູ້ແທນກອງປະຊຸມໃຫຍ່ ທີ່ນັບຖື ແລະ ຮັກແພງ!

ຜ່ານການ​ເຄື່ອນ​ໄຫວ​ວຽກ​ງານ​ຕົວ​ຈິງ ໃນ​ໄລ​ຍະ​ຜ່ານ​ມາ ຍັງມີຈຸດຄົງຄ້າງ ຈຳ​ນວນ​ໜຶ່ງ ​ຄື:

  1. ການປະສານສົມທົບໃນການເຄື່ອນໄຫວວຽກງານ ລະຫວ່າງ ແນວລາວສ້າງຊາດ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າລາວ ແລະ ບັນ​ດາອົງການຈັດຕັ້ງມະຫາຊົນ​ຂອງ​ພັກ ໂດຍສະເພາະຂັ້ນທ້ອງຖິ່ນຮາກຖານ ຍັງມີລັກສະນະຈຳກັດ ບໍ່ກວ້າງຂວາງຕໍ່ເນື່ອງ.
  2. ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການຂອງແຕ່ລະອົງການ ຍັງບໍ່ທັນແຂງແຮງ, ບໍ່ທັນມີຫຼາຍຮູບຫຼາຍສີ-ຫຼາຍລະດັບເທົ່າທີ່ຄວນ.
  3. ວຽກງານແນວໂຮມ ແລະ ວຽກ​ງານມະຫາຊົນ​ຂອງ​ພັກ ແມ່ນວຽກ​ງານ​ທີ່ສໍາຄັນ ແຕ່ພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ ຍັງມີບົດຮຽນ, ປະສົບການຈໍາກັດ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນຕໍ່ໜ້າ ຂອງອົງການແນວລາວສ້າງຊາດ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງພັກ ໃຫ້ມີປະສິດທິຜົນສູງກວ່າເກົ່າ ແລະ ສອດຄ່ອງກັບມະຕິກົມການເມືອງສູນກາງພັກ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່ ກໍຄືມະຕິກອງປະຊຸມໃຫຍ່ຜູ້ແທນແນວ​ລາວ​ສ້າງ​ຊາດທົ່ວປະເທດ ຄັ້ງທີ C ໄດ້ກໍານົດແຈ້ງໃນແຜນງານທີ 2 ກ່ຽວກັບວຽກງານປະສານງານກັບອົງ​ການພາຄີ ແລະ ພາກສ່ວນຕ່າງໆ ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຈະຕ້ອງໄດ້ສືບຕໍ່ເອົາໃສ່ ຄື:

  1. ແນວລາວສ້າງຊາດ ຮ່ວມກັບສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ລາວ ແລະ ບັນ​ດາອົງການຈັດຕັ້ງມະຫາຊົນຂອງ​ພັກ ຕ້ອງ​ສືບ​ຕໍ່ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີເປັນປືກແຜ່ນ ແລະ ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນ, ປຸກລະດົມມະຫາຊົນ ເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງຂອງພັກ-ລັດ, ປະກອບຄໍາຄິດຄໍາເຫັນໃນການກໍານົດແນວທາງນະໂຍບາຍຂອງພັກ ໃນຖານະເປັນອົງການພື້ນຖານການເມືອງ ແລະ ຕົວແທນສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ;
  2. ສືບຕໍ່ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການຂໍ້​ແຂ່ງ​ຂັນ​ຂອງ​ແຕ່​ລະ​ອົງ​ການ ຢ່າງແຂງແຮງ, ປັບປຸງການເຄື່ອນໄຫວສ້າງຂະບວນການມະຫາຊົນ ດ້ວຍຫຼາຍຮູບຫຼາຍສີ, ຫຼາຍລະດັບ, ຫຼາຍຂະໜາດແຕກຕ່າງກັນ ແລະ ແທດເໝາະກັບແຕ່ລະເປົ້າໝາຍ, ແຕ່ລະຊັ້ນຄົນໃນສັງຄົມ ແນໃສ່ສ້າງ​ໃຫ້​ມີບັນດາຕົວແບບດີເດັ່ນ ​ໃນ​ການ​ປະຕິບັດຂໍ້ແຂ່ງຂັນ ແລະ ສ້າງພະນັກງານສືບທອດຈາກຂະບວນການວຽກ​ງານຕົວຈິງຂອງມະຫາຊົນ, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນສໍາຄັນ ​ໃນ​ການ​ປະຕິບັດສອງ​ໜ້າ​ທີ່​ຍຸດ​ທະ​ສາດ ​ໃນ​ເງື່ອນ​ໄຂ​ໃໝ່ ​ໃຫ້​ມີ​ຜົນ​ສໍາ​ເລັດສູງກວ່າເກົ່າ;
  3. ແນວລາວສ້າງຊາດ ໃນຖານະເປັນໃຈກາງແຫ່ງພາຄີບັນດາອົງການຈັດຕັ້ງການເມືອງ-ສັງຄົມ ສືບຕໍ່ຕັ້ງໜ້າ, ເປັນເຈົ້າການໃນການປືກສາຫາລື ແລະ ປະສານສົມທົບໃນການເຄື່ອນໄຫວກັບບັນດາອົງການຈັດຕັ້ງການເມືອງ-ສັງຄົມຕ່າງໆ ໂດຍສະເພາະ ແມ່ນສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງ​ພັກ ເພື່ອເສີມຂະຫຍາຍບົດບາດຂອງຕົນ ໃນການປົກປ້ອງສິດຜົນປະໂຫຍດ ຂອງສະມາຊິກໃນການພັດທະນາຕົນເອງ, ຮ່ວມກັນຮັບຜິດຊອບແກ້ໄຂບັນຫາຕ່າງໆ ໃນສັງຄົມ ທີ່ນອນຢູ່ໃນພາລະບົດບາດຂອງຕົນ;
  4. ສືບຕໍ່ປັບ​ປຸງກົນ​ໄກປະສານ​ງານ ກັບສະ​ຫະ​ພັນ​ນັກ​ຮົບ​ເກົ່າລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງ​ພັກ ເຄື່ອນໄຫວ ແລະ ປະ​ຕິ​ບັດ​ລະ​ບອບສ່ອງແສງເປັນ​ປົກ​ກະ​ຕິ, ເຮັດບົດບາດຕິດຕາມກວດກາຂອງແຕ່ລະອົງການໃນແຕ່ລະໄລຍະ ໂດຍຜ່ານການເກັບກໍາຫາງສຽງຂອງສັງຄົມ ເພື່ອສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າແກ້ໄຂ; ສືບ​ຕໍ່ຜັນຂະຫຍາຍມະຕິ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່ ໃຫ້ກວ້າງຂວາງ, ທົ່ວເຖິງທຸກຮາກຖານ ແລະ ເປັນຮູບປະທໍາ.

info@lfnd.org.la | 021 213754 | (856-21) 453191