
ໃນວັນທີ 24 ມີນາ 2023 ນີ້, ທີ່ສະໂມສອນ ເມືອງ ລ້ອງຊານ ແຂວງ ໄຊສົມບູນ ໄດ້ຈັດພິທີປະກາດເມືອງ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ເປັນເມືອງທໍາອິດ ຂອງແຂວງໄຊສົມບູນ ເປັນເມືອງທີ 34 ຂອງທົ່ວປະເທດ ເປັນກຽດເຂົ້າຮ່ວມມີ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງໄຊສົມບູນ, ມີທ່ານ ເລັ່ງຊົ່ງ ຕົ່ງສີ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ມີທ່ານເຈົ້າເມືອງເມືອງລ້ອງຊານ, ປະທານແນວລາວສ້າງຊາດເມືອງ, ແຂກຖືກເຊີນຈາກສູນກາງ, ແຂວງ, ບັນດາການນໍາເມືອງອ້ອມຂ້າງ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

ເມືອງລ້ອງຊານ ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 13 ທັນວາ ປີ 2013 ເປັນເມືອງໜື່ງໃນ 5 ຕົວເມືອງຂອງແຂວງໄຊສົມບູນ ຫ່າງຈາກເທດສະບານແຂວງ 96 ກິໂລແມັດ, ມີເນື້ອທີ່ທັງໝົດ 1.513 ກິໂລຕາແມັດ, ປະກອບມີ 25 ບ້ານ, ມີພົນລະເມືອງທັງໝົດ 28,123 ຄົນ ຍິງ 13,953 ຄົນ ປະກອບມີ 4 ຊົນເຜົ່າຄື: ເຜົ່າລາວ, ເຜົ່າມົ້ງ ແລະ ເຜົ່າອິວມຽນ. ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢູ່ເມືອງດັ່ງກ່າວ ໄດ້ເລີ່ມມາແຕ່ປີ 2017-2020 ໂດຍການຈັດຕັ້ງປະຕິບັດໂຄງການພັດທະນາກ້ອນກຳລັງມະຫາສາມັກຄີທົ່ວປວງຊົນ ຊຶ່ງໄດ້ປະເມີນເປັນແຕ່ລະໄລຍະ ຄືປີ 2018 ປະກາດຮັບຮອງ 4 ບ້ານເປັນບ້ານສາມັກຄີປອງດອງ, ປີ 2019 ສາມາດຈັດຕັ້ງປະຕິບັດໄດ້ 12 ບ້ານ ແລະ ປີ 2020 ຈຶ່ງປະເມີນຜົນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໄດ້ 25 ບ້ານ 100%.

ແນວລາວສ້າງຊາດ ໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ຮັ່ງມີເຂັ້ມແຂງ ໂດຍຖືເອົາການຜະລິດເປັນສິນຄ້າ, ປູກຝັງ, ລ້ຽງສັດ ແລະ ຄ້າຂາຍ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆ ມາຮອດປັດຈຸບັນ ໂດຍປະຕິບັດຕາມມາດຕະຖານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕາມຄຳແນະນຳ ຂອງສູນກາງແນວລາວສ້າງຊາດ ແລະ ໄດ້ມອບໃບຢັ້ງຢືນເປັນບ້ານສາມັກຄີປອງດອງສຳເລັດ, ໂດຍອີງໃສ່ມາດຖານຄອບຄົວ ແລະ ບ້ານສາມັກຄີປອງດອງ ທີ່ໄດ້ກຳນົດໄວ້. ໃນໂອກາດນີ້, ທ່ານ ໄທລໍ ຫວາເຊັ້ງ ຫົວໜ້າກົມຊົນເຜົ່າ ສູນກາງແນວລາວສ້າງຊາດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບ ເລກທີ 158/ຄປຈ ວ່າດ້ວຍການປະກາດຮັບຮອງເມືອງລ້ອງຊານເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແຂວງໄຊສົມບູນ ພ້ອມກັນນີ້,
ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສໍາຄັນນີ້ ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກແຂວງ, ແນວລາວສ້າງຊາດ