ສູນກາງແນວລາວສ້າງ (ສນຊ) ໄດ້ຈັດພິທີປະກາດການຈັດຕັ້ງ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ, ທັງເປັນຮອງປະທານສູນກາງແນວລາວສ້າງຊາດ. ການປະກາດການແຕ່ງຕັ້ງດັ່ງກ່າວແມ່ນປະຕິບັດຕາມມະຕິຕົກລົງຂອງເລຂາທິການສູນກາງພັກ ສະບັບ ເລກທີ 437/ຄລສພ, ລົງວັນທີ 27 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງ ຄະນະບໍລິຫານງານພັກ, ຄະນະປະຈໍາພັກ ສູນກາງແນວລາວສ້າງຊາດ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ, ລົງວັນທີ 27 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ.
ເຂົ້າຮວ່ມເປັນກຽດໃນພິທີປະກາດການຈັດຕັ້ງຄັ້ງນີ້ ໂດຍສະຫາຍ ປອ. ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານ ສູນກາງແນວລາວສ້າງຊາດ, ພະນັກງານຫຼັກແຫຼ່ງ, ພະນັກງານອາວຸໂສບໍານານ, ຄະນະທີ່ປຶກສາ ສູນກາງແນວລາວສ້າງຊາດ, ຄະນະຈັດຕັ້ງສູນກາງພັກ, ຄະນະປະຈໍາພັກ, ຄະນະພັກ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສູນຝືກອົບຮົມ ສນຊ ແລະ ຫົວໜ້າພະແນກ, ຮອງພະແນກເຂົ້າຮ່ວມ ພິທີດັ່ງກ່າວໄດ້ຈັດຂື້ນ ໃນວັນທີ 11 ຕຸລາ 2023, ຢູ່ສູນກາງແນວລາວສ້າງຊາດ.
ໂອກາດນີ້, ສະຫາຍ ປອ. ສິນລະວົງ ຄຸດໄພທູນ ໄດ້ມີຄຳເຫັນໂອ້ລົມເຊິ່ງບາງຕອນໄດ້ກ່າວວ່າ: ການຍົກຍ້າຍໜ້າທີ່ໃນຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນໃນການສັບປ່ຽນພະນັກງານຍຸດທະສາດ, ພະນັກງານຂັ້ນສູງຂອງພັກເຂົ້າຄຸ້ມຄອງ, ບັນຊາໃນແຕ່ລະວຽກງານ ໂດຍອີງຕາມຫຼັກການຄຸ້ມຄອງ, ສັບຊ້ອນພະນັກງານຂັ້ນສູງຂອງພັກ, ທັງອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ລວມທັງມາດຕະຖານເງື່ອນໄຂຂອງພະນັກງານນຳພາຂັ້ນສູງຂອງພັກ-ລັດ ຊຶ່ງຜ່ານມາພັກເຮົາໄດ້ດຳເນີນການສັບຊ້ອນພະນັກງານນຳພາຫຼັກແຫຼ່ງຢ່າງເປັນປົກກະຕິທັງຢູ່ສູນກາງ ແລະ ທ້ອງຖິ່ນ ທັງເປັນຫຼັກການອັນໜຶ່ງຂອງພັກ ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງໃນການປະຕິບັດໜ້າທີ່ການເມືອງໃນແຕ່ລະຂົງເຂດ ກໍຄືການປັບປຸງວຽກງານໃນແຕ່ລະໄລຍະ.

