ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານປະເທດ ປະດັບຫລຽນຄຳແຫ່ງຊາດ ໃຫ້ແກ່ອົງການແນວລາວສ້າງຊາດ

ໃນພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫລີມສະຫລອງວັນ ສ້າງຕັ້ງແນວລາວສ້າງຊາດ ຄົບ ຮອບ 70 ປີ ໃນວັນທີ 13 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ພັກ-ລັດຖະບານ ໄດ້ຕົກລົງມອບຫລຽນຄໍາແຫ່ງຊາດ ອັນເປັນຫລຽນໄຊສູງສຸດ ໃຫ້ແກ່ອົງການແນວລາວສ້າງຊາດ ທີ່ໄດ້ສ້າງຜົນງານອັນໃຫຍ່ຫລວງໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ກຽດປະດັບຫລຽນໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ.

ໃນໂອກາດດຽວກັນນີ້, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະ ເທດແຫ່ງ ສປປ ລາວ ໄດ້ປະດັບຫລຽນໄຊອິດສະຫລະຊັ້ນ I ໃຫ້ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງ ແນວລາວສ້າງຊາດ ແລະ ປະດັບຫລຽນໄຊພັດທະນາຊັ້ນ I ໃຫ້ທ່ານ ອ໋ອດ ພົງສະຫວັນ ກໍາມະການສູນກາງ ແນວລາວສ້າງຊາດ ທີ່ເປັນນັກທຸລະກິດດີເດັ່ນ.

info@lfnd.org.la | 021 213754 | (856-21) 453191