ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານສູນກາງແນວລາວສ້າງຊາດ ປຶກສາຫາລືວຽກງານກັບສະພາທີ່ປຶກສາການເມືອງແຫ່ງຊາດຈີນ

ສະຫາຍ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ໂທລະສັບປະຊຸມທາງໄກກັບ ສະຫາຍ ຫວັງ ຢາງ ຄະນະປະຈໍາກົມການເມືອງສູນກາງພັກ ກອມມູນິດຈີນ, ປະທານສະພາທີ່ປຶກສາການເມືອງ ທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນວັນທີ 02 ມິຖຸນາ 2020 ນີ້ໂດຍສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການແລກປ່ຽນຄວາມຄິດຄວາມເຫັນໃນບັນຫາສຳຄັນ ແລະ ຮີບດ່ວນ ເພາະມັນກະທົບເຖິງເສດຖະກິດ-ສັງຄົມ, ການພັດທະນາປະເທດຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາ ເຜົ່າຊຶ່ງມີຄວາມເປັນເອກະພາບຕໍ່ກັບ ເນື້ອໃນທີ່ສໍາຄັນດັ່ງນີ້:
ການແຜ່ລະບາດຂອງເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (ໂຄວິດ-19): ສະຫາຍ ປອ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ປະສົບຜົນສໍາເລັດຢ່າງໜ້າພູມໃຈໃນການສະກັດກັ້ນ-ປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງເຮັດໃຫ້ ສປ. ຈີນ ສາມາດຄວບຄຸມ ແລະ ຮັບມືການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ຢ່າງທັນການ, ມີປະສິດທິຜົນສູງ. ຈາກບົດຮຽນ ແລະ ມາດມາດຕະການຂອງ ສປ ຈີນ ໄດ້ຖືກຍອມຮັບ ແລະ ຕີລາຄາສູງຈາກບັນດາປະເທດໃນໂລກທີ່ພວມປະເຊີນກັບວິກິດການໃນການຕ້ານການແຜ່ລະບາດຂອງພະຍາດດັ່ງ ກ່າວໃນປັດຈຸບັດ. ເຖິງວ່າ ສປ ຈີນ ຍັງມີຄວາມຫຍຸ້ງຍາກ ຍ້ອນພະຍາດລະບາດດັ່ງກ່າວ ແຕ່ ສປ ຈີນ ຍັງໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອປະເທດຕ່າງໆ ລວມທັງອົງການອານາໄມໂລກ ໃນການຕ້ານພະຍາດໂຄວິດ 19 .
ສະຫາຍປະທານສູນກາງແນວລາວສ້າງຊາດຍັງໄດ້ລາຍງານສະພາບ ແລະ ຜົນສຳເລັດຂອງ ການເຝົ້າລະວັງ, ຄວບຄຸມ ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃຫ້ປະທານສະພາທີ່ປຶກສາການ ເມືອງ ທົ່ວປະເທດຈີນ ໄດ້ຮັບ ຊາບ. ພິເສດແມ່ນການຮ່ວມມືແລກປ່ຽນຈາກທີມງານແພດ ຊ່ຽວຊານຂອງ ສປ ຈີນ ແລະ ສສ ຫວຽດນາມ ພ້ອມນັ້ນ, ສປປ ລາວ ຍັງໄດ້ຮັບການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ກໍຄືອົງການຈັດຕັ້ງສາກົນ ແລະ ການຊ່ວຍເຫຼືອຈາກສັງຄົມຢູ່ພາຍໃນປະເທດ. ໃນໂອກາດນີ້ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກ, ລັດຖະບານ, ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການແພດທີ່ຈໍາເປັນ ແລະ ສົ່ງທີມງານນັກວິຊາການແພດມາຊ່ວຍໃນການວາງແຜນສະກັດກັ້ນກໍຄືບົດຮຽນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19.
ພ້ອມດຽວກັນນັ້ນ, ທັງສອງຝ່າຍໄດ້ປຶກສາຫາລື, ແລກປ່ຽນບາງບັນຫາ ແລະ ທິດທາງການຮ່ວມມືກັນໃນຕໍ່ໜ້າດັ່ງນີ້:
– ສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກຮ່ວມມືນໍາກັນໄລຍະປີ 2019-2024 ລະຫວ່າງສູນກາງແນວລາວ
ສ້າງຊາດ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດຈີນເປັນຕົ້ນ ຈັດຕັ້ງແລກປ່ຽນການຢ້ຽມຢາມຂອງຄະຜູ້ແທນຂັ້ນສູງ ແລະ ຂັ້ນວິຊາການຢ່າງເປັນປົກກະຕິ, ຈັດກອງປະຊຸມແລກປ່ຽນບົດຮຽນດ້ານວິຊາການທີ່ສົນໃຈ ແລະ ອື່ນໆ.
– ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາສັງຄົມນິຍົມລາວ-ຈີນ ທີ່
ການນໍາສູງສຸດຂອງສອງພັກໄດ້ລົງນາມນໍາກັນໃນເດືອນເມສາ 2019 ຜ່ານມາໃຫ້ປະກົດເປັນຈິງເທື່ອລະກ້າວ:
– ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນຢ່າງເປັນຮູບປະທໍາ ແລະ ຊຸກຍູ້ການ
ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ໂຄງການຊ່ວຍເຫຼືອຕ່າງໆທີ່ພວມດໍາເນີນຢູ່ໃນປັດຈບັນໃຫ້ໄດ້ຮັບການ ຈັດຕັ້ງປະຕິບັດດ້ວຍຄຸນນະພາບ ແລະ ມີປະສິດທິຜົນສູງ ເພື່ອນໍາເອົາຜົນປະໂຫຍດໂຕຈິງມາສູ່ປະຊາຊົນສອງຊາດ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

 

info@lfnd.org.la | 021 213754 | (856-21) 453191