ກອງປະຊຸມໃຫ່ຍອົງຄະນະພັກແຂວງເຊກອງ ຄັ້ງທີ X ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 28 – 29 ກໍລະກ2ໍ020 ນີ້.ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ; ປະທານສູນກາງແນວລາວສ້າງຊາດ, ມີຜູ້ແທນສົມບູນເຂົ້າຮ່ວມ 155 ສະຫາຍ, ຍິງ 21 ສະຫາຍ; ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວແຂວງເຊກອງ 9.182 ສະຫາຍ, ຍິງ 2.185 ສະຫາຍ ພ້ອມທັງມີແຂກຖືກເຊີນເຂົ້າຮ່ວມທັງໝົດຈໍານວນ 45 ສະຫາຍ, ຍິງ 5 ສະຫາຍ.
ໃນກອງປະຊຸມສະຫາຍ ຄໍາເຜີຍ ບຸດດາວວຽງ ກຳມະການສູນກາງພັກ, ເຈົ້າແຂວງແຂວງ ເຊກອງ ໄດ້ຂື້ນກ່າວໄຂກອງປະຊຸມຜ່ານບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງສະໄໝ ທີ IX ແລະ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ 2ໍ016 – 2ໍ020 ແລະ ທິດທາງແຜນການ 2ໍ021 – 2ໍ025 ສະຫຼຸບຕິລາຄາດ້ານດີແລະຂໍ້ຄົງຄ້າງສາຍເຫດແລະບົດຣຽນທີ່ຖອດຖອນໄດ້ຈາກການປະຕິບັດມະຕິກອງປະຊຸມໃຫ່ຍອົງຄະນະພັກແຂວງເຊກອງ ຄັ້ງທີ IX ໃນໄລຍະ 5 ປີທີ່ຜ່ານມາເຮັດໃຫ້ແຂວງເຊກອງມີສະຖຽນລະພາບ ແລະ ຄວາມໝັ້ນຄົງ ທີ່ໜັກແໜ້ນ ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ, ອັນພົ້ນເດັ່ນ ແມ່ນການພັດທະນາ ສືບຕໍ່ຂະຫຍາຍຕົວຢ່ຄະນະາງຕໍ່ເນື່ອງ ເສດຖະກິດເຕີບໂຕສູງສົມຄວນ ດ້ວຍອັດຕາສະເລ່ຍ 7,7%ຂອງ GDP; ລາຍຮັບສະເລ່ຍຕໍ່ຫົວຄົນກໍ່ເພີ່ມຂຶ້ນແຕ່ລະປີ (ຮອດປະຈຸບັນ ບັນລຸໄດ້ 1.728 ໂດລາ); ການດຶງດູດ ແລະ ຍາດແຍ່ງເອົາການລົງທຶນ, ການຮ່ວມມື-ຊ່ວຍເຫຼືອເຂົ້າໃສ່ຂະແໜງການຕ່າງໆ ກໍ່ມີຈັງຫວະທີ່ເພີ່ມຂຶ້ນ; ພື້ນຖານການຜະລິດ ໂດຍສະເພາະການຜະລິດເປັນສິນຄ້າ ແລະ ສົ່ງອອກກໍ່ມີໝໍ່ແໜ່ງປັດໄຈໃໝ່ໃນຫຼາຍດ້ານ ແລະ ນັບມື້ນັບຂະຫຍາຍຕົວ; ພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ໄດ້ຮັບການກໍ່ສ້າງໃໝ່ ແລະ ປັບປຸງຍົກລະດັບຂຶ້ນເປັນກ້າວໆ; ຕາໜ່າງການສຶກສາ, ສາທາລະນະສຸກ, ລະບົບໄຟຟ້າ, ນໍ້າສະອາດ, ໂພສະນາການ ໄດ້ຮັບການຂະຫຍາຍຢ່າງກວ້າງຂວາງ, ທັງໝົດນັ້ນໄດ້ເຮັດໃຫ້ຄຸນນະພາບຊີວິດຂອງປະຊາ ຊົນບັນດາເຜົ່າ ໄດ້ຮັບການຍົກສູງນັບມື້ດີຂຶ້ນໄປເປັນກ້າວໆ,
ພ້ອມດ່ຽວກັນນັ້ນຄະນະບໍລິຫານງານພັກແຂວງສະໄໝ ທີ IX ໄດ້ຂື້້ນກ່າວອໍາລາໜ້າທີ່ ຫຼັງຈາກນັ້ນໄດ້ມີມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ບົນພື້ນຖານຄວາມຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກໍານົດໄວ້, ເຊິ່ງຜູ້ສະໝັກເລືອກຕັ້ງທັງໝົດ 38 ສະຫາຍ, ຍິງ 7 ສະຫາຍ, ເລືອກໄດ້ 33 ສະຫາຍ, ຍິງ 5.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ X ໄດ້ເລືອກເອົາຄະນະປະຈຳພັກແຂວງ ແລະ ເອກະສັນເລືອກເອົາເລຂາພັກແຂວງ, ຮອງເລຂາພັກແຂວງ; ເລືອກເອົາປະທານ ແລະ ຮອງປະທານຄະນະກວດກາພັກແຂວງ:
ສະຫາຍ ເຫຼັກໄຫຼ ສີວິໄລ ເປັນເລຂາຄະນະບໍລິຫານງານພັກແຂວງ
ສະຫາຍ ນ. ຈັນຫອມ ມະຫາໄຊ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ
ສະຫາຍ ດົງເພັດ ພະຍົນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ
ສະຫາຍ. ປອ ສົມນິດ ສີລິບຸນລ້ຽງ ເປັນປະທານກວດກາພັກແຂວງ
ສະຫາຍ ຫີນເພັດ ແກ້ວຫົງສາ ເປັນຮອງປະທານກວດກາພັກແຂວງ
ສະຫາຍ ອ່ອນມະນີວັນ ຈັນດາວົງ ເປັນຮອງປະທານກວດກາພັກແຂວງ
ສະຫາຍ. ນ. ແສງມະນີ ໄຊສົງຄາມ ເປັນຮອງປະທານກວດກາພັກແຂວງ
ຈາກນັ້ນກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຈຳນວນ 19 ສະຫາຍ, ຍິງ 4 ສະຫາຍ ໃນນັ້ນ: ຜູ້ແທນສົມບູນ 17 ສະຫາຍ, ຍິງ 4 ສະຫາຍ; ຜູ້ແທນສໍາຮອງ 2
ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ; ປະທານສູນກາງແນວລາວສ້າງຊາດ.
ເຊິ່ງສະຫາຍໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ເນື້ອໃນ ແລະ ບັນຫາຕ່າງໆທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ແລະ ສະແດງຄວາມຍ້ອງຍໍຊົມເຊີຍໃນຄວາມຮັບຜິດຊອບອັນສູງສົ່ງຂອງຜູ້ແທນກອງປະຊຸມໃຫຍ່ຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ຜົນງານ ແລະ ໄຊຊະນະທີ່ແຂວງເຊກອງຍາດມາໄດ້ໃນໄລຍະຜ່ານມາ, ພ້ອມນັ້ນສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ບັນຫາດ້ານອອ່ນ ແລະ ຂໍ້ຄົງຄ້າງ,ທັງໃຫ້ທິດຊີ້ນຳຕໍ່ວຽກງານແຕ່ລະດ້ານແລະສະຫາຍຍັງໄດ້ຝາກຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານພັກແຂວງຊຸດໃໝ່ ທີ່ຈະຕ້ອງໄດ້ສືບຕໍ່ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງຕາມລະດັບຄາດໝາຍທີ່ກຳນົດໄວ້ ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ, ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ນໍາພາມະຫາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ ຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມານະຈິດບາກບັ່ນ, ບຸກບືນເຂົ້າໃສ່ການປະຕິບັດໜ້າທີ່ການເມືອງ ແລະ ສ້າງສາພັດທະນາ ເພື່ອສ້າງແຂວງເຊກອງໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ພ້ອມດ່ຽວກັນນັ້ນ, ພາຍໃນກອງປະຊຸມໄດ້ມີການວາງສະແດງເຄື່ອງຫັດຖະກຳຂອງບັນດາເມືອງໃນທົ່ວແຂວງ ແລະໄດ້ຮັບຊົມການສະແດງສິລະປະຂອງຂອງບັນດານ້ອງນ້ອຍເຍົາວະຊົນນໍຳອີກ
ກອງປະຊຸມໃຫ່ຍອົງຄະນະພັກແຂວງເຊກອງ ຄັ້ງທີ X ໄດ້ປີດລົງດ້ວຍຜົນສຳເລັດຢາງຈົບງາມໃນວັນທີ 29 ກໍລະກົດ2ໍ020 ນີ້.