ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ 4 ທ່ານ ທີ່ໄດ້ຮັບສານຕາຕັ້ງ ແລະ ກະກຽມໄປປະຈໍາການ ຢູ່ຕ່າງປະເທດ ເຂົ້າຢ້ຽມລາຍງານວຽກ ແລະ ຂໍທິດຊີ້ນໍາ ຢູ່ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 05 ມັງ ກອນ 2022 ນີ້.
ໂອກາດດັ່ງກ່າວ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາທ່ານ ທີ່ຈະໄປປະຈໍາການຢູ່ຕ່າງປະເທດໃນຄັ້ງນີ້; ພ້ອມກັນນີ້, ໄດ້ປຶກສາຫາລື ແລະ ແລກ ປ່ຽນຄໍາຄິດຄໍາເຫັນໃນບາງວຽກງານເຊັ່ນ: ວຽກງານການທູດປະຊາຊົນ, ວຽກງານສາສະໜາ, ວຽກງານພົວພັນ ລະ ຫວ່າງສູນກາງແນວລາວສ້າງຊາດກັບຄະນະກໍາມະການສູນກາງແນວລາວສ້າງຊາດທີ່ເປັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ພາລະບົດບາດ, ສິດ-ໜ້າ ຂອງຄະນະກຳມະການສູນກາງແນວລາວສ້າງຊາດຢູ່ຕ່າງປະເທດ. ນອກຈາກນີ້, ບັນດາທ່ານທູດ ກໍ່ໄດ້ລາຍງານວຽກງານຂອງຕົນໃນການທີ່ຈະໄປປະຈໍາການຢູ່ຕ່າງປະເທດໃຫ້ທ່ານປະທານໄດ້ຮັບຊາບ.
ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ມີທິດຊີ້ນໍາ: ໃຫ້ສືບຕໍ່ປຸກລະດົມສຶກສາອົບຮົມການເມືອງແນວຄິດໃຫ້ຄົນເຊື້ອຊາດລາວທີ່ດໍາລົງຊິວິດຢູ່ຕ່າງປະເທດໃຫ້ມີຄວາມສາມັກຄີ, ຮັກສາຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ ແລະ ຂົນຂວາຍໃຫ້ເຂົາເຈົ້າມີແນວຄິດຮັກບ້ານເກີດເມືອງນອນ ແລະ ຫັນກັບມາສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ
ງ.







