ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ໂຕທິ ບິກເຈົາ ຮອງປະທານບໍ່ປະຈຳການສູນກາງແນວໂຮມແຫ່ງຊາດຫວຽດນາມ, ປະທານຄະນະກຳມະການແນວໂຮມນະຄອນໂຮ່ຈີມິນ ພ້ອມຄະນະ ທີ່ສູນກາງແນວລາວສ້າງຊາດ ວັນທີ 27 ກໍລະກົດ 2022 ໂດຍມີທ່ານ ຖະໜອມ ທຳທອງ ກໍາມະການປະຈໍາພັກ, ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ຕິດຕາມຄະນະຝ່າຍຫວຽດນາມ.
ທ່ານ ປະທານ ສນຊ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ກ້າວເຂົ້າສູ່ລວງເລິກ ໂດຍສະເພາະການຮ່ວມມື ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ ກໍ່ຄືສູນກາງແນວລາວສ້າງຊາດ ກັບ ແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໃຫ້ນັບມື້ເພີ່ມພູນຄູນສ້າງຂຶ້ນເລື້ອຍໆ.
ໂອກາດດັ່ງກ່າວ, ທ່ານ ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ປະທານ ສນຊ ພ້ອມຄະນະ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ທ່ານ ປະທານ ສນຊ ໄດ້ຮັບຊາບ ທ່ານກ່າວວ່າ: ຈະໄດ້ລົງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ 3 ແຂວງຂອງ ສປປ ລາວ ປະກອບມີ: ນະຄອນຫຼວງວຽງຈັນ, ແຂວງອັດຕະປື ແລະ ແຂວງຈຳປາສັກ ເຊິ່ງໃນນັ້ນຈະໄດ້ຮ່ວມລົງນາມເຊັນບົດບັນທຶກກັບ ແນວລາວສ້າງຊາດນະຄອນຫຼວງວຽງຈັນ ແລະ ແນວລາວສ້າງຊາດແຂວງຈຳປາສັກ ເຊິ່ງປະກອບມີ 7 ເນື້ອໃນສຳຄັນ ທີ່ເນັ້ນໃສ່ສ້າງບັນດາກິດຈະກຳ ແລະ ແຜນການເຄື່ອນໄຫວ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ ລາວ-ຫວຽດນາມ. ພ້ອມກັນນີ້ ທັງສອງຝ່າຍຍັງໄດ້ເລົ່າເຖິງມູນເຊື້ອຄວາມສາມັກຄີອັນດີງາມໃນໄລຍະຜ່ານມາ ລະຫວ່າງ ສອງພັກສອງລັດ ກໍ່ຄືປະຊາຊົນສອງຊາດ ທີ່ໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆເວລາທີ່ປະເຊີນກັບຫຍຸ້ງຍາກ ໂດຍສະເພາະ ໄພພິບັດທາງທຳມະຊາດ, ການລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ.