ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບກໍາມະການສູນກາງພັກຄອມມູນິດຫວຽດນາມ, ປະທານສະພາຊົນຊາດ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງທ່ານ ອີ ແທັງ ຮາ ນຽນ ເກີດໍາ, ກໍາມະການສູນກາງພັກຄອມມູນິດຫວຽດນາມ, ປະທານສະພາຊົນຊາດ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 6 ມີນາ 2023 ນີ້ທີ່ສູນກາງແນວລາວສ້າງຊາດ.

ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ໂດຍສະເພາະການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ກັບ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ເພີ່ມພູນຄູນສ້າງຂຶ້ນເລື້ອຍໆ.

ທ່ານ ອີ ແທັງ ຮາ ນຽນ ເກີດໍາ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານສູນກາງແນວລາວສ້າງຊາດ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ແລະ ໄດ້ລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບວ່າ: ກ່ຽວກັບການເມືອງ, ເສດຖະກິດ-ສັງຄົມກໍ່ຄືບັນຫາສໍາຄັນຂອງຊາດ, ກອງປະຊຸມສະພາສະໄໜສາມັນເທື່ອທີ່ V ໄດ້ຜ່ານກົດໝາຍ ມີ12 ຮ່າງກົດໜາຍ ທີ່ສໍາຄັນ ແລະ ມີການຕັດສິນ ໂດຍສະເພາະແມ່ນກົດໝາຍ ການປິ່ນປົວ, ກົດໝາຍທີ່ດິນ, ກົດໝາຍການຄ້າ ແລະ ກົດໝາຍໃຊ້ຄວາມຮຸ່ນແຮງໃນຄອບຄົວ, ກົດໝາຍທີ່ໃຫ້ຄວາມສໍາຄັນກວ່າໜູ່ແມ່ນກົດໝາຍທີ່ດິນເຊິ່ງໄດ້ມີການປັບປຸງໃໜ່ໃຫ້ແທດ  ເໜາະກັບການດໍາລົງຊີວິດໃນປັດຈຸບັນ.

ຂ່າວ+ພາບ: ແສງຫຼ້າ

ບກ: ຄຳຜາຍ

info@lfnd.org.la | 021 213754 | (856-21) 453191