ສະຫະພັນແມ່ຍິງແຂວງຊຽງຂວາງ ຈັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງ ແຂວງຊຽງຂວາງ ຄັ້ງທີ 2 ສະໄໝ ທີ IX ຂື່ນ ໃນຕອນເຊົ້າ ວັນທີ 8 ເມສາ 2021 ຢູ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງຊຽງຂວາງ, ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະສອນ ພູນສຸກ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າສະຫະພັນແມ່ຍິງບັນດາພະແນກການອ້ອມຂ້າງແຂວງ, ປະທານ-ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ແຂກຖືກເຊີນ ຕະຫຼອດຮອດພະນັກງານສະມາຊິກແມ່ຍິງແຂວງເຂົ້າຮວ່ມ.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານແມ່ຍິງຮອບດ້ານຂອງແຂວງ ປີ 2020 ແລະ ທິດທາງແຜນການ ປີ 2021 ເຊີ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາ, ເຊິ່ງສະຫະພັນແມ່ຍິງແຕ່ລະຂັ້ນໄດ້ຕັ້ງໜ້າເຊື່ອມຊຶມ, ຜັນຂະຫຍາຍແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ພ້ອມກັນປະຕິບັດຕາມສິດ, ພັນທະຂອງຕົນ ແລະ ຮັກສາມູນເຊື້ອ ວັດທະນະທຳອັນດີງາມຂອງສະຫະພັນແມ່ຍິງລາວບັນດາເຜົ່າ ມີຄວາມສາມັກຄີກັນ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານປະສົບຜົນສຳເລັດໃນຫຼາຍດ້ານ. ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ພອ້ມກັນເປັນເຈົ້າການຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ເນື້ອໃນບົດສະຫຼຸບ ຢ່າງກົງໄປກົງມາ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຜ່ານຮ່າງແຜນດຳເນີນງານຂອງສະຫະພັນແມ່ຍິງແຂວງສະໄໝທີ IX, ຜ່ານຮ່າງ ຂໍ້ຕົກລົງແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໝທີ IX ຕື່ມອີກ.
ໃນຕອນທ້າຍ ທ່ານ ນາງ ບົວສີ ນາຖາວົງ ໄດ້ເນັ້ນບາງບັນຫາສຳຄັນ ຄື: ຄະນະນໍາສະຫະພັນແມ່ຍິງແຕ່ລະຂັ້ນ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX, ແຜນພັດທະນາແມ່ຍິງແຂວງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ຈົ່ງສືບຕໍ່ນໍາພາການຈັດຕັ້ງສະຫະພັນແມ່ຍິງ, ສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່າ ປົກປັກຮັກສາ ແລະ ສົ່ງເສີມມູນເຊື້ອວັດທະນະທໍາອັນດີງາມຂອງຊາດ, ຂອງແມ່ຍິງລາວ, ເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດເນື້ອໃນຄໍາຂັວນ ແລະ ຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນຟົດຟື້ນ, ຕ້ອງເປັນເຈົ້າການ ເອົາໃຈໃສ່ໃນການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດນ້ອຍລົງເທື່ອລະກ້າວ.