ດ້ວຍຄວາມເອົາໃຈໃສ່ ແລະ ເປັນຫ່ວງເປັນໄຍ ຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນທີ່ກຳລັງປະສົບກັບບັນຫາໄພນ້ຳຖ້ວມໃນຂະນະນີ້. ໃນລະຫວ່າງວັນທີ 13-15 ຕຸລາ 2020 , ທ່ານ ສົມເພັດ ອິທະທິລາດ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂອງແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ກໍໄດ້ຂີ່ເຮືອລົງສໍາຫຼວດພື້ນທີ່ ພ້ອມທັງຢ້ຽມຢາມຖາມຂ່າວ, ໃຫ້ກໍາລັງໃຈພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ແລະ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມເພື່ອເປັນການຊ່ວຍບັນເທົາທຸກ ໂດຍສະເພາະກຸ່ມບ້ານຕ່າງໆ ທີ່ຂຶ້ນກັບເມືອງ ເຊໂປນ, ເມືອງພີນ ,ສອງຄອນ ,ຊົນນະບູລີ ແລະ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ທີ່ກຳລັງປະສົບກັບໄພພິບັດນ້ຳຖ້ວມໃນໄລຍະນີ້, ເຄື່ອງທີ່ນຳມາຊ່ວຍເຫຼືອປະກອບມີ ເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງໃຊ້ທີ່ຈຳເປັນຈຳນວນໜຶ່ງ ລວມມູນຄ່າຫຼາຍລ້ານກີບ.
