ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງທ່ານ ນາງ ແອນນາ ວີອັງຕ ວານເດສ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ສາທາລະນະລັດ ກູບາ ປະຈໍາ ສປປ ລາວ ຄົນໃໝ່ ໃນວັນທີ 7 ມິຖຸນາ 2022 ນີ້, ທີ່ສູນກາງແນວລາວສ້າງຊາດ.
ທ່ານ ປະທານ ສນຊ ໄດ້ຕີລາຄາສູງຕໍ່ການມາເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ ຊຶ່ງສາຍພົວພັນລາວ-ກູບາ ເປັນສາຍພົວພັນແບບເພື່ອນມິດສະຫາຍອ້າຍນ້ອງຮ່ວມອຸດົມການ ແລະ ເປັນການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ພ້ອມດຽວກັນນັ້ນ, ທ່ານ ເອກອັກຄະລັດຖະທູດກູບາ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ສິນລະວົງ ຄຸດໄພທູນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານ ສະພາບລວມຂອງປະເທດກູບາ ໂດຍຫຍໍ້ເປັນຕົ້ນ: ວຽກງານການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ ແລະ ວຽກງານສາສະໜາ ລັດຖະບານ ກູບາ ໄດ້ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກຂອງປະຊາຊົນຢູ່ເຂດຊົນນະບົດ ເຊິ່ງເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ໃຫ້ທ່ານ ປະທານ ສນຊ ໄດ້ຮັບຊາບ ແລະ ທ່ານ ຍັງໄດ້ເຊີນ ທ່ານ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄະນະຜູ້ແທນຂອງສູນກາງແນວລາວສ້າງຊາດ ໄປຢ້ຽມຢາມປະເທດກູບາ ຕື່ມອີກ.