ວັນທີ 2 ມິຖຸນາ 2023 ນີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ອາເລັກຊານເດີ ຣັດກອບ ຫົວໜ້າສູນວິທະຍາສາດ ແລະ ວັດທະນະທໍາ ຣັດເຊຍ ປະຈໍາ ສປປ ລາວ ທີ່ປຶກສາສະຖານທູດຣັດເຊຍ ປະຈໍາລາວ ພ້ອມດ້ວຍຄະນະ ທີ່ສູນກາງແນວລາວສ້າງຊາດ.
ທ່ານປະທານ ສນຊ ໄດ້ສະແດງຄວາມຊົມເຊີຍ, ພ້ອມທັງຕີລາຄາສູງ ທີ່ທ່ານ ອາເລັກຊານເດີ ຣັດກອບ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ຮ່ວມມືລະຫວ່າງສອງປະເທດໃຫ້ແຫນ້ນແຟ້ນ ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບການພົວພັນຮ່ວມມືລະຫວ່າງ ສນຊ ກັບສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ໃນອະນາຄົດ ໂດຍສະເພາະແມ່ນການສົ່ງເສີມການຮ່ວມມືໃນຂົງເຂດການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ ລາວ-ຣັດເຊຍ ແລະ ການສົ່ງເສີມການລົງທືນຂອງສອງປະເທດ.
ທ່ານ ອາເລັກຊານເດີ ຣັດກອບ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ເຊື້ອເຊີນ ຄະນະຜູ້ແທນຂັ້ນສູງ ສນຊ ໄປຢ້ຽມຢາມ ປະເທດຣັດເຊຍ.
ບກ: ພ.ບຸບຜາ
ຂ່າວ+ພາບ: ສຸວັນລີ
