ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສນຊ ຕ້ອນຮັບທູດ ເຂົ້າຢ້ຽມອຳລາ

ໃນວັນທີ 10 ພະຈິກ 2020 ນີ້, ທີ່ສໍານັກງານສູນກາງແນວລາວສ້າງຊາດ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບອຳລາຂອງທ່ານ Jean – Bernard Carrasco ເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈຳ ສ ປປ ລາວ ໃນໂອກາດທີ່ສຳເລັດໜ້າທີ່ການທູດຢູ່ ລາວ ເພື່ອເປັນການເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງ ລາວ – ອົດສະຕຣາລີ ທີ່ມີມາແຕ່ດົນນານໃຫ້ແໜ້ນແຟ້ນຂຶ້ນ.
ທ່ານປະທານ ສນຊ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຂອງທ່ານ Jean – Bernard Carrasco ເຊິ່ງເຫັນວ່າມີຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະແມ່ນໄດ້ສ້າງເງື່ອນໄຂໃຫ້ການນຳຂອງສອງປະເທດ ກໍ່ຄືຂະແໜງການຕ່າງໆ ໄດ້ມີການໄປມາຫາສູ່ຢ້ຽມຢາມແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຫຼາຍຂຶ້ນ ເຮັດໃຫ້ການພົວພັນຮ່ວມມືກັນ ນັບມື້ເລິກເຊິ່ງ ແລະ ກວ້າງຂວາງຢ່າງຕໍ່ເນື່ອງ ພ້ອມດຽວກັນນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ອົດສະຕາລີ ໃນຂົງເຂດວຽກງານຕ່າງໆ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ແມ່ນທາງດ້ານການສຶກສາ, ສາທາລະນະສຸກ ການຊຸກຍູ້ສົ່ງເສີມວຽກງານການລົງທຶນ ແລະ ອື່ນໆ ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ພິເສດແມ່ນໄດ້ມອບເຄື່ອງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປື.
ທ່ານເອກອັກຄະລັດຖະທູດ ອົດສະຕາລີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພັກ-ລັດຖະບານ ແລະ ຂະແໜງການຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ທີ່ໄດ້ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ໃນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຈົນສາມາດຍາດໄດ້ຜົນສຳເລັດ ແລະ ນຳເອົາຜົນປະໂຫຍດມາໃຫ້ແກ່ປະເທດ ແລະ ປະຊາຊົນສອງປະເທດເປັນຢ່າງດີ.
info@lfnd.org.la | 021 213754 | (856-21) 453191