ສູນກາງແນວລາວສ້າງຊາດ

Lao Front For National Development

ປະ​ທານ (ສນ​ຊ) ປະ​ດັບຫຼຽນ​ໄຊປະເພດຕ່າງໆໃຫ້ແກ່ການນໍາ ແລະພະນັກງານຫຼັກແຫ່ຼງ ຂອງສອງ​ອົງ​ການ ສ​ສ ​ຫວຽດ​ນາມ

ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນ​ຊ) ເປັນ​ກຽດ​ປະ​ດັບຫຼຽນ​ໄຊ​ປະ​ເພດ​ຕ່າງໆ ໃຫ້​ແກ່​ພະ​ນັກ​ງານ​ການ​ນຳ ແລະ​ພະ​ນັກ​ງ​ງານ ຫຼັກ​ແຫຼ່ງຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະຄະນະຂົນຂວາຍປະ ຊາຊົນສູນກາງພັກກອມມູນິດຫວຽດນາມ ເປັນ​ກຽດ​ເຂົ້າ​ຮ່ວມ​ມີ ທ່ານ ໂດ ວັນ ຈຽນ, ເລຂາທິການສູນກາງພັກ, ປະທານສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ ທີ່​ໂຮງ​ແຮມ Melia ນະ​ຄອນຫຼວງ​ຮ່າ​ໂນ້ຍ ສ​ສ​ ຫວຽດ​ນາມ ວັນ​ທີ 25 ເມ​ສາ 2023;

 

ບັນ​ດາຫຼຽນ​ທີ່​ໄດ້​ປະ​ດັບຄັ້ງ​ນີ້ປະ​ກອບ​ມີ: ຫຼຽນ​ໄຊ​ອິດ​ສະຫຼະ​ຊັ້ນ II ຈຳ​ນວນ 01 ທ່ານ, ຫຼຽນ​ໄຊ​ອິດ​ສະຫຼະ​ຊັ້ນ III ຈຳ​ນວນ 03 ທ່ານ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ I ຈ​ຳ​ນວນ 04 ທ່ານ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ II ຈຳ​ນວນ 02 ທ່ານ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ III ຈຳ​ນວນ 06 ທ່ານ ແລະ ຫຼຽນ​ກາ​ລະ​ນຶກ 70 ປີຂອງ​ແນວ​ລາວ​ສ້າງ​ຊາດ ຈຳ​ນວນ 05 ທ່ານ;

ໂອ​ກາດນີ້, ທ່ານ​ປະ​ທ່ານ ສນ​ຊ ໄດ້​ມີ​ຄຳ​ເຫັນ​ເນື້ອ​ໃນ​ບາງ​ຕອນ​ວ່າ: ການປະດັບຫຼຽນໄຊ ແລະຫຼຽນກາຄັ້ງນີ້ ເປັນການຍ້ອງຍໍສັນລະເສີນຕໍ່ຜົນງານ, ຄຸນງາມຄວາມດີຂອງບັນດາສະຫາຍການນໍາ ແລະພະນັກງານຫຼັັກແຫຼ່ງຂອງສອງອົງການ ທີ່ໄດ້ປະກອບສ່ວນເຂົ້າໃນການພົວພັນຮ່ວມມື  ລະຫວ່າງ ສູນກາງແນວລາວສ້າງຊາດ ກັບ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະຄະ ນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ; ຜົນງານດັ່ງກ່າວ ເປັນການປະ ກອບສ່ວນອັນສໍາຄັັນໃນການເສີມສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ,    ຫວຽດນາມ-ລາວ ໂດຍມີປະທານ ໂຮ່ຈິມິນ, ປະທານໄກສອນ ພົມວິຫານ ແລະປະທານສຸພານຸວົງ ຜູ້ ນໍາທີ່ແສນເຄົາລົບຮັກໄດ້ກໍ່ຕັ້ງ ແລະໄດ້ຮັບການເພີ່ມພູນຄູນສ້າງຈາກການນໍາຮຸ່ນຕ່າງໆ;​ ໂອ​ກາດນີ້, ຂໍອວຍພອນແດ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ, ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະ ຫຼອດໄປ.

 

ພາບ ແລະ​ຂ່າວ​ໂດຍ: ຈິດ​ຕະ​ພົງ ໂພ​ທິ​ລັກ

ໂທ: 020 5456 4982

ບກ: ພ.ບຸບຜາ

info@lfnd.org.la | 021 213754 | (856-21) 453191