ໃນວັນທີ 24 ສິງຫາ 2022 ນີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ພົບປະກັບຄະນະກໍາມະການບໍລິຫານງານ ສູນກາງອົງການພຸດທະສາສະໜາ ສໍາພັນ ແຫ່ງ ສປປ ລາວ ເຂົ້າຮ່ວມຂອງພຣະອາຈານໃຫຍ່ມະຫາ ບຸນມາ ສິມມາພົມ ປະທານສູນກາງ ອພສ, ພຣະອາຈານໃຫຍ່ ມະຫາ ເຫວດ ມະເສໄນ, ຮອງປະທານສູນກາງ ອພສ , ມີບັນດາທ່ານຮອງປະທານ ສນຊ, ກໍາມະການ ສນຊ, ມີຜູ້ຕາງໜ້າຈາກກະຊວງພາຍໃນ, ກະຊວງປ້ອງກັນຄວາມສະຫງົບ, ພຣະສົງ-ສາມະເນນ ເຂົ້າຮ່ວມທີ່ ຫໍທໍາມະສະພາ.

ໃນໂອກາດນີ້, ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຂອງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ສະໄໝທີ VII ແມ່ນອົງການບໍລິຫານສູງສຸດໃນລະບົບການຈັດຕັ້ງພຣະພຸດທະສາສະໜາຢູ່ ສປປ ລາວ ມີພາລະບົດບາດໃນການຄຸ້ມຄອງບໍລິຫານ, ການປົກຄອງສົງ, ການສຶກສາສົງ, ການເຜີຍແຜ່ສິນລະທໍາ ແລະ ປະຕິບັດກໍາມະຖານ, ສາທາຣະນຸປະການ, ການຕ່າງປະເທດ, ການຈັດຕັ້ງປະຕິບັດພຣະທໍາມະວິໄນ ລວມທັງການເຕົ້າໂຮມຄວາມສາມັກຄີພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ, ການພົວພັນສາກົນກ່ຽວກັບສາສະໜາ ພ້ອມກັນປະກອບສ່ວນຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ.

ທ່ານ ປະທານ ສນຊ ໄດ້ໃຫ້ຮູ້ວ່າ ເພື່ອເປັນການເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເຕົ້າໂຮມກໍາລັງແຮງຂອງປະຊາຊົນທຸກຊັ້ນຄົນ ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ-ສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ບັນລຸຜົນເປັນຈິງ; ພວກເຮົາຄວນເປັນຫຼັກແຫຼ່ງການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ, ຊຶ່ງເປັນປັດໄຈພື້ນຖານ ແລະ ຮັກສາສະຖຽນລະພາບທາງການເມືອງ, ຄວາມສະຫງົບທາງສັງຄົມ, ກໍຄືການສ້າງສາພັດທະນາປະເທດຊາດ, ຄວາມເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນລາວ ແລະ ທຸກຊັ້ນຄົນ ພາຍໃຕ້ການນໍາພາຂອງພັກ. ທ່ານຍັງໄດ້ເນັ້ນບາງເນື້ອໃນກ່ຽວກັບການເຜີຍແຜ່ສິນລະທໍາ, ນັກເທດສາສະໜາໃຫ້ຖືກຕ້ອງຕາມກົດໝາຍ ແລະ ຫຼັກທໍາ ຄໍາສອນ ຂອງ ສາສະໜາ ໃຫ້ສອດຄ່ອງກັບດໍາລັດ 315/ນຍ ນອກຈາກນີ້, ທ່ານຍັງໄດ້ໃຫ້ຮູ້ວ່າ: ໃນເວລາທີ່ປະເທດເຮົາພົບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ: ເງິນເຟີ້, ນໍ້າມັນແພງ, ຄ່າຄອງຊີບສູງທີ່ໄດ້ສ້າງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ. ສະນັ້ນ ພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໃນວົງຄະນາຍາດແຫ່ງຊາດລາວ ເປັນຈິດໜຶ່ງໃຈດຽວທົ່ວພັກ, ທົ່ວປວງຊົນບັນດາເຜົ່າ, ບົນຈິດໃຈເພີ່ມທະວີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນຢ່າງດູດດື່ມ ດ້ວຍການປະພຶດ, ດ້ວຍການກະທໍາ ແລະ ດ້ວຍຄວາມຕື່ນຕົວ ເສຍສະຫຼະແຮງກາຍແຮງໃຈ, ສະຕິປັນຍາຂອງຕົນເພື່ອປະກອບສ່ວນຊອກທາງອອກ, ຊອກທາງແກ້ໄຂ, ພ້ອມກັນອົດກັ້ນ, ອົດທົນ ຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວໃຫ້ໄດ້ຮັບຜົນສໍາເລັດ.
ບກ: ກົງແກ້ວ ທໍາມະໂຄດ
ຂ່າວ+ພາບ: ສຸວັນລີ