ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສນຊ ຮັບປັດໄຈ ຊຸກຍູ້ການຕ້ານພະຍາດ ໂຄວິດ-19 ມູນຄ່າ 229 ລ້ານກີບ

ຫຼາຍ​ພາກສ່ວນ​ໄດ້​ນໍາ​ເອົາ​ເງິນ ​ແລະ ອຸປະກອນ​ປ້ອງ​ກັນພະຍາດ ໂຄວິດ-19 ມອບ​ໃຫ້​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໃນ​ວັນ​ທີ 28 ພຶດສະພາ 2021 ຢູ່ທີ່​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ( ສນຊ ).

​     ​ ທ່ານ ປອ. ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ພ້ອມ​ດ້ວຍ​ຄະນະ ຮັບ​ປັດ​ໃຈ ​ແລະ​ ວັດຖຸ​ອຸປະກອນ​ຕ້ານ​ພະຍາດໂຄ​ວິດ-19 ຈາກ 5 ພາກສ່ວນ​ເປັນ​ຕົ້ນ  ​​ແມ່ນ: ສູນ​ກາງ​ຊາວ

​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ອົງການ​ພຸດທະ​ສາສະໜາ​ສໍາພັນ​ລາວ ​ແລະ ມູນ​ນິທິ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ ສາຂາ​ນະຄອນຫຼວງ​ວຽງ​ຈັນ ​ເຊິ່ງ 3 ພາກສ່ວນ​ນັ້ນ ​ນໍາ​ໂດຍ ທ່ານ ອາລຸນໄຊ ສູນນະລາດ, ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ​ໄດ້​ມອບ​ເງີ​ນສົດ ຈໍານວນ​ 135.000.000 ກີບ (ໜຶ່ງ​ຮ້ອຍ​ສາມ​ສິບຫ້າ​ລ້ານ​ກີບ), ກຸ່ມບໍລິສັດ ພົງສະຫວັນ ນໍາ​​ໂດຍ​ທ່ານ ພົນຈັດຕະວາ ຄຳຜາຍ ຈັນສີສະຫມຸດ ຮອງປະທານກຸ່ມ​ ບໍລິສັດ ພົງສະຫວັນ ຈໍານວນເງິນສົດ 50 ລ້ານກີບ, ບໍລິສັດ ກິດຕະພົງ ນຳໂດຍ ທ່ານນາງ ອໍລະໄທ ສັນຕິຄົງຄາ ປະທານກຸ່ມ ບໍລິສັດກຣິດຕະພົງ ກຼຸບ ມອບອຸປະກອນ ປ້ອງກັນພະຍາດໂຄວິດ-19 ມູນຄ່າ 23 ລ້ານ​ກວ່າ​ກີບ ​ແລະ  ມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງ ທ່ານນາງ ພອນວິໄລ ແສນປະເສີດ 11 ລ້ານກີບ ​ແລະ ທ່ານ ໄຊບັນດິດ ລາຊະພົນ ມອບເງິນ 10 ລ້ານກີບ, ​ລວມມູນ​ຄ່າ​ທັງ​ໜົດ 229 ລ້ານ​ກີບ.

​​ເງິນຈໍານວນ​ດັ່ງກ່າວ​ແມ່ນ​ຈະ​ໄດ້​ນໍາ​ໄປ​ມອບ​​ໃຫ້​ຄະນະ​ສະ​ເພາະ​ກິດ ​ເພື່ອ​ຊ່ວຍ​ຊື້​ວັກ​ຊິນ​ຕ້ານ​ພະຍາດ​ໂຄ​ວິດ-19, ສ່ວນ​ວັດຖຸ​​ແມ່ນ​ຈະ​ໄດ້​ເອົາ​ໄປ​ແຈກ​ຢາຍ​ບ່່​ອນທີ່​ມີ​ຄວາມ​ຕ້ອງການ​ຮີບ​ດ່ວນ. ​ໃນ​ໂອກາດ​ນີ້​ທ່ານ​ປະທານ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ກໍ່​ໄດ້ຕາງໜ້າ​ຄະນະ​ປະ​ຈໍາ ສນຊ ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຍ່າງ​ສູງ ​ຕໍ່​ທຸກ​ພາກສ່ວນ​ທີ່​ໄດ້​ສະຫຼະ​ທຶນຮອນ​ວັດຖຸ-​ປັດ​ໃຈ​ດັ່ງກ່າວ​ເຂົ້າ​ໃນ​ການ​ປະກອບສ່ວນ​ວຽກ​ງານ​ຕ້ານ ​ແລະ ສະກັດ​ກັ້ນ​ພະຍາດ​ໂຄ​ວິດ-19 ພ້ອມ​ກັນ​ນີ້​ກໍ່​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ພາກສ່ວນ​ຕ່າງ​ໆ​ຕື່ມ​ອີກ.

 

info@lfnd.org.la | 021 213754 | (856-21) 453191