ຫຼາຍພາກສ່ວນໄດ້ນໍາເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ໂຄວິດ-19 ມອບໃຫ້ສູນກາງແນວລາວສ້າງຊາດ ໃນວັນທີ 28 ພຶດສະພາ 2021 ຢູ່ທີ່ສູນກາງແນວລາວສ້າງຊາດ ( ສນຊ ).
ທ່ານ ປອ. ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍຄະນະ ຮັບປັດໃຈ ແລະ ວັດຖຸອຸປະກອນຕ້ານພະຍາດໂຄວິດ-19 ຈາກ 5 ພາກສ່ວນເປັນຕົ້ນ ແມ່ນ: ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ອົງການພຸດທະສາສະໜາສໍາພັນລາວ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ ເຊິ່ງ 3 ພາກສ່ວນນັ້ນ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ, ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ມອບເງີນສົດ ຈໍານວນ 135.000.000 ກີບ (ໜຶ່ງຮ້ອຍສາມສິບຫ້າລ້ານກີບ), ກຸ່ມບໍລິສັດ ພົງສະຫວັນ ນໍາໂດຍທ່ານ ພົນຈັດຕະວາ ຄຳຜາຍ ຈັນສີສະຫມຸດ ຮອງປະທານກຸ່ມ ບໍລິສັດ ພົງສະຫວັນ ຈໍານວນເງິນສົດ 50 ລ້ານກີບ, ບໍລິສັດ ກິດຕະພົງ ນຳໂດຍ ທ່ານນາງ ອໍລະໄທ ສັນຕິຄົງຄາ ປະທານກຸ່ມ ບໍລິສັດກຣິດຕະພົງ ກຼຸບ ມອບອຸປະກອນ ປ້ອງກັນພະຍາດໂຄວິດ-19 ມູນຄ່າ 23 ລ້ານກວ່າກີບ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງ ທ່ານນາງ ພອນວິໄລ ແສນປະເສີດ 11 ລ້ານກີບ ແລະ ທ່ານ ໄຊບັນດິດ ລາຊະພົນ ມອບເງິນ 10 ລ້ານກີບ, ລວມມູນຄ່າທັງໜົດ 229 ລ້ານກີບ.
ເງິນຈໍານວນດັ່ງກ່າວແມ່ນຈະໄດ້ນໍາໄປມອບໃຫ້ຄະນະສະເພາະກິດ ເພື່ອຊ່ວຍຊື້ວັກຊິນຕ້ານພະຍາດໂຄວິດ-19, ສ່ວນວັດຖຸແມ່ນຈະໄດ້ເອົາໄປແຈກຢາຍບ່່ອນທີ່ມີຄວາມຕ້ອງການຮີບດ່ວນ. ໃນໂອກາດນີ້ທ່ານປະທານ ສູນກາງແນວລາວສ້າງຊາດກໍ່ໄດ້ຕາງໜ້າຄະນະປະຈໍາ ສນຊ ສະແດງຄວາມຂອບໃຈເປັນຍ່າງສູງ ຕໍ່ທຸກພາກສ່ວນທີ່ໄດ້ສະຫຼະທຶນຮອນວັດຖຸ-ປັດໃຈດັ່ງກ່າວເຂົ້າໃນການປະກອບສ່ວນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ພ້ອມກັນນີ້ກໍ່ໄດ້ມອບໃບຍ້ອງຍໍໃຫ້ບັນດາພາກສ່ວນຕ່າງໆຕື່ມອີກ.