ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງ ແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມພົບປະ ສະຫາຍ ຟາມ ມິງ ຈິງ ກຳມະການ ກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີ ສສ ຫວຽດນາມ ຢູ່ທີ່ສຳນັກງານນາຍົກລັດ ຖະມົນຕີໃນວັນທີ 26 ເມສາ 2023;
ໃນການເຂົ້າຢ້ຽມຢາມພົບປະຄັ້ງນີ້, ການນຳຂັ້ນສູງຂອງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວ ພັນຮ່ວມມືລະຫວ່າງ ສອງພັກ-ສອງລັດ ກໍ່ຄືສອງຊາດ ລາວ-ຫວຽດນາມ ໃນການເພີ່ມພູນຄູນສ້າງ ສາຍພົວ ພັນອັນເປັນມູນເຊື້ອຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງ ສອງລັດຖະບານໂດຍສະເພາະແມ່ນໃນຕົ້ນປີນີ້, ສະຫາຍ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມ ເຮັດວຽກຢູ່ ສປປ ລາວ ເຖິງ 2 ຄັ້ງ ຊຶ່ງສະແດງເຖິງຄວາມພິເສດທີ່ສຸດ; ພ້ອມນີ້, ປະທານ ສນຊ ໄດ້ລາຍງານໃນການພົບປະປຶກສາກັບຄະນະປະຈຳສູນກາງແນວໂຮມ ປະເທດຊາດຫວຽດນາມ ເຫັນວ່າມີ ບັນຍາກາດດີຫຼາຍ, ສອງຝ່າຍໄດ້ປະຕິບັດທິດຊີ້ນຳຂອງ 2 ກົມການເມືອງ ແລະ ລັດຖະບານ; ສຳລັບການຈັດຕັ້ງປະຕິບັດບົດບັນທຶກຮ່ວມມືທີ່ສອງຝ່າຍ ໄດ້ເຊັນກັນໃນ ເດືອນກໍລະກົດ 2022 ນັ້ນ ໄດ້ສຳ ເລັດ 4 ໃນ 10 ຂໍ້ທີ່ຕ້ອງເຮັດຮ່ວມກັນ ແລະ ໄດ້ພ້ອມກັນສຸມໃສ່ການປະຕິບັດອີກ 3 ຂໍ້ ພາຍໃນປີ 2023 ນີ້; ຜ່ານການພົບປະສອງຝ່າຍ ໄດ້ປຶກສາຫາລື ແລກປ່ຽນບົດຮຽນບັນດາຫົວຂໍ້ທີ່ສອງຝ່າຍມີຄວາມສົນໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດເພີ່ມຕື່ມຈຳນວນໜຶ່ງ ແຕ່ຕ້ອງມີການປະສານສົບທົບ, ວາງແຜນການລະອຽດ ແລະຂໍທິດຊີ້ນຳຈາກການນຳຂອງສອງປະເທດ ເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ມີຜົນສຳເລັດໃນອານາຄົດ;
ໂອກາດນີ້, ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈຕໍ່ຄຳເຫັນອັນ ຈົບງາມຂອງ ສະຫາຍ ນາຍົກລັດຖະມົນຕີ ທີ່ມີເນື້ອໃນຊີ້ນຳສຳຄັນຫຼາຍປະ ການຕໍ່ການຮ່ວມມືຂອງ ສອງອົງການແນວໂຮມ ແລະ ບັນດາອົງການຄູ່ສັນຍາຮ່ວມມືໃນສະເພາະໜ້າ ແລະ ຍາວນານ, ຂໍສະແດງຄວາມຂອບໃຈຕໍ່ການສະໜັບສະໜູນແກ່ ການຮ່ວມ ມືຂອງສອງ ຝ່າຍພວກເຮົາ ແລະ ຈະຮັບເອົາຄຳເຫັນຂອງ ສະຫາຍ ໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ;
ພາບ ແລະຂ່າວໂດຍ: ຈິດຕະພົງ ໂພທິລັກ
ໂທ: 020 5456 4982