ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງທ່ານ ປະທານສະມາຄົມມິດຕະພາບກຳປູເຈຍ-ລາວ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງທ່ານ ພົອ ນຽງພາດ, ຮອງລັດຖະມົນຕີຜູ້ປະຈຳການກະຊວງປ້ອງກັນປະເທດ, ສະມາຊິກຄະນະກຳມະການສູນກາງພັກປະຊາຊົນກຳປູເຈຍ, ສະມາຊິກສະພາແນວໂຮມສາມັກຄີພັດທະນາມາຕຸພູມຣາຊະອານາຈັກກຳປູເຈຍ, ປະທານສະມາຄົມມິດຕະພາບກຳປູເຈຍ-ລາວ ພ້ອມດ້ວຍຄະນະ ໃນວັນທີ 19 ຕຸລາ 2022 ທີ່ສູນກາງແນວລາວສ້າງຊາດ.

ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດ ແລະ ທ່ານ ຍັງໄດ້ກ່າວວ່າ: ສະມາຄົມມິດຕະພາບ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງປະເທດ ແລະ ປະຊາຊົນສອງຊາດ ເປັນຕົ້ນແມ່ນປະຊາຊົນທີ່ດຳລົງຊີວິດຢູ່ຕາມເຂດຊາຍແດນລາວ-ກຳປູເຈຍ ໃຫ້ມີການພົວພັນຮ່ວມມືກັນ, ໄປມາຫາສູ່ກັນ, ມີຄວາມສາມັກຄີກັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ  ແລະ ສະແດງຄວາມຂອບໃຈຕໍ່ປະເທດກຳປູເຈຍທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະທີ່ມີການແຜ່ລະບາດ ຂອງພະຍາດໂຄວິດ-19 ພ້ອມທັງໄດ້ມອບຫຼຽນກາລະນຶກຂອງແນວລາວສ້າງຊາດ ໃຫ້ຄະນະຂອງສະມາຄົມມິດຕະພາບກຳປູເຈຍ-ລາວ 12 ທ່ານ ທີ່ມີຜົນງານດີເດັ່ນໃນວຽກງານການທູດປະຊາຊົນ, ວຽກງານຊາຍແດນ ແລະ ວຽກງານຂອງແນວລາວສ້າງຊາດ ໃນໄລຍະຜ່ານມາ.

ທ່ານ ພົອ ນຽງພາດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ທ່ານ ສິນລະວົງ ຄຸດໄພທູນ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ແລະ ລາຍງານຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສະມາຄົມມິດຕະພາບກຳປູເຈຍ-ລາວ ໃນຄັ້ງນີ້ ໃຫ້ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ.

info@lfnd.org.la | 021 213754 | (856-21) 453191