ໃນລະຫວ່າງວັນທີ 14-15 ທັນວາ 2022 ນີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງຜົ້ງສາລີ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຄະນະປະຈຳພັກແຂວງ ແລະ ຄະນະນຳຂອງແຂວງຜົ້ງສາລີ.
ໃນການເຄື່ອນໄຫວຄັ້ງນີ້, ທ່ານປະທານສູນກາງແນວລາວສ້າງຊາດແຂວງ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກກັບຄະນະປະຈຳພັກແຂວງ, ໄປຢາມດ່ານລານຕຸ້ຍ ແລະ ພົມປະໂອ້ລົມກັບຄະນະກຳມະການແນວລາວສ້າງຊາດເມືອງຍອດອູ ເຊິ່ງກ່ອນອື່ນ ໄດ້ຮັບຟັງການລາຍໂດຍຫຍໍ້ຈາກ ທ່ານ ນາງ ແສງລອດ ຈັນດາ ຄະນະປະຈຳພັກເມືອງ, ປະທ່ານແນວລາວສ້າງຊາດເມືອງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າຂອງຄະນະກຳມະການແນວລາວສ້າງຊາດເມືອງ.
ໂອກາດທີ່ມີຄວາມສໍາຄັນນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ແນວລາວສ້າງຊາດເມືອງ ແລະ ໄດ້ເນັ້ນໃຫ້ຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ຈົ່ງສືບຕໍ່ສຶກສາຄົ້ນຄວ້າພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ, ມະຕິກອງປະຊຸມໃຫຍ່ຜູແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ແລະ ບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ດຳລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປລາວ ແລະ ມະຕິ 108/ກມສພ ຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ເພື່ອສາມາດກຳແໜ້ນບັນດາເນື້ອໃນທີ່ສຳຄັນ ແລະ ເປັນບ່ອນອີງໃນການເຄື່ອນໄຫວວຽກງານຕ່າງໆ; ໃຫ້ສຶບຕໍ່ຈັດຕັ້ງຜັນຂະຫຍາຍ 4 ການຫັນປ່ຽນຂອງວຽກງານແນວໂຮມ ຄື: 1) ສ້າງການຫັນປ່ຽນດ້ານຈິດຕະນາການ, 2) ສ້າງການຫັນປ່ຽນທາງດ້ານລາຍຮັບ,3) ສ້າງການຫັນປ່ຽນໃນຮູບການ-ວິທີການປຸກລະດົມຂົນຂວາຍ ແລະ 4) ສ້າງການຫັນປ່ຽນຮູບແບບການຮ່ວມສຳພັນ ລະຫວ່າງອົງການພາຄີດ້ວຍກັນ; ສືບຕໍ່ສຶກສາອົບຮົມ ແລະ ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີປອງດອງ ຂອງທົ່ວປວງຊົນໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນເຈົ້າຕົນເອງໃນການທຳການຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ພາຍໃນເມືອງໃຫ້ໄດ້ຮັບການພັດທະນາດີຂຶ້ນ ພ້ອມທັງປະກອບສ່ວນເຂົ້າໃນສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ເປັນການຈັດຕັ້ງຜັນຂະຫຍາຍສອງວາລະແຫ່ງຊາດເຂົ້າສູ່ລວງເລິກ.
ຂ່າວ-ຮູບພາບ: ເຢ້
ບກ: ແພງພັນ