ແນວລາວສາ້ງຊາດແຂວງສາລະວັນ ໄດ້ປະເມີນໜ່ວຍ ພັກຂອງຕົນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເປັນຄັ້ງທີ II , ພາຍໃຕ້ການເປັນປະທານຂອງສະຫາຍ ບຸນທົງ ເມືອງຈັນ ເລຂາໜ່ວຍພັກ, ຮອງປະທານແນວລາວສ້າງຊາດແຂວງ, ມີໜ່ວຍພັກອ້ອມຂ້າງ, ແຂກຖືກເຊີນ, ພະ ນັກງານສະມາຊິກພັກ ຕະຫຼອດຮອດພະນັກງານ-ລັດຖະກອນເຂົ້າຮ່ວມ ໃນວັນທີ 16 ພະຈິກ ຜ່ານມານີ້ ຢູ່ຫ້ອງປະຊຸມແນວລາວສ້າງຊາດແຂວງ.
ທ່ານ ໜູການ ຊາທິລາດ ຮອງເລຂາໜ່ວຍພັກ, ຮອງປະທານແນວລາວສ້າງຊາດແຂວງ ໄດ້ຂື້ນຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນລຍະ 1 ປີຜ່ານມາ ແລະ ທິດທາງແຜນການສູ້ຊົນຈັດຕັ້ງປະຕິບັດໃນ 1 ປີຕໍ່ໜ້າ ປະຈຳປີ 2021, ໜ່ວຍພັກແນວລາວສ້າງຊາດແຂວງ ປະກອບມີ 5 ຂະແໜງ, ມີຄະນະພັກ 3 ສະຫາຍ, ມີພະນັກງານ-ລັດຖະກອນທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ມີສະມາຊິກພັກ ທັງໝົດ 18 ສະຫາຍ, ຍິງ 8 ສະຫາຍ, ໃນນັ້ນ ສຳຮອງ 2 ສະຫາຍ, ຍິງ 1 ສະຫາຍ; ດ້ານການເມືອງ-ແນວຄິດ ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ສ້າງສະມາຊິກພັກໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ອຸ ດົມການຂອງພັກ. ວຽກງານແນວລາວສ້າງຊາດ ທີ່ພົ້ນເດັ່ນໃນໄລຍະ 1 ປີ ທີ່ຜ່ານມາແນວລາວສ້າງຊາດແຕ່ລະຂັ້ນ ໄດ້ປັບປຸງກົງຈັກການຈັດຕັ້ງຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຫັນລົງກໍ່ສ້າງຮາກຖານ, ປຸກລະດົມຊຸກຍູ້ໃຫ້ກຳມະ ການແນວເມືອງ, ຄະນະກຳມະການແນວບ້ານ ໃຫ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ. ໄດ້ສຳເລັດການປັບປຸງການຈັດຕັ້ງແນວຂັ້ນບ້ານ ມີກຳມະການແນວບ້ານທັງໝົດ 4.792 ທ່ານ, ຍິງ 561 ທ່ານ, ພຣະສົງ 114 ອົງ; ສຳເລັດກອງປະຊຸມໃຫ່ຍແນວລາວສ້າງຊາດແລ້ວ 8 ເມືອງ, ມີກຳມະການແນວເມືອງທັງໝົດ 431 ທ່ານ, ຍິງ 34 ທ່ານ, ພຣະສົງ 30 ອົງ, ໄດ້ເອົາໃຈໃສ່ຊຸກຍູ້ປະຊາຊົນສ້າງຕັ້ງກອງທຶນພັດທະນາຂັ້ນບ້ານ ໄດ້ 3 ເມືອງຄື: ເມືອງຄົງເຊໂດນ, ເມືອງວາປີ ແລະ ເມືອງຕະໂອ້ຍ, ມີ 6 ບ້ານ, ມີທຶນໝູນວຽນທັງໝົດຈໍານວນ 535.785.000 ກີບ, ສ້າງກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ ພາຍໃນອົງການແນວລາວສ້າງຊາດແຂວງ ປະຈຸບັນມີທຶນໝູນວຽນທັງໝົດ 261,387,000 ກີບ; ວຽງານສາສະໜາໄດ້ເຄື່ອນໄຫວສຶກສາອົບຮົມເຕົ້າໂຮມຄວາມສາມັກຄີ, ສ້າງຄວາມປອງດອງບັນດາສາສະໜາ, ສາສະນິກະຊົນ ໃນທົ່ວແຂວງຢ່າງກ້ວາງຂວາງ ປະຕິບັດນະໂຍບາຍກ່ຽວກັບສິດເສລີພາບໃນການເຊື່ອຖື ແລະ ບໍ່ເຊື່ອຖືສາສະໜາ ບົນພື້ນຖານແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄືດຳລັດ 315/ລບ, ວ່າດ້ວຍ: ການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ; ວຽກ ງານຊົນເຜົ່າ ເອົາໃຈໃສ່ວຽກງານ 3 ສ້າງ ໃນການສ້າງຕົວແບບບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ໄດ້ທັງໝົດ 354 ບ້ານ ເທົ່າ 61% ຂອງຈຳນວນບ້ານທັງໝົດ 579 ບ້ານ, ສ້າງຄອບຄົວສາມັກຄີປອງດອງໄດ້ 48,450 ຄອບຄົວ ເທົ່າກັບ 55% ຂອງຈໍານວນຄອບຄົວທັງໝົດ 87,674 ຄອບຄົວ. ສຳລັບທິດທາງແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2021 ສືບຕໍ່ໃນການເຊື່ອມຊືມບັນດານິຕິກຳ, ຄຳສັ່ງ, ລະບຽບກົດໝາຍຂອງພັກ-ລັດວາງອອກຢ່າງ ເຂັ້ມງວດ ແລະ ສືບຕໍ່ສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ, ພະນັກງານ-ລັດຖະກອນ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ເຂົາເຈົ້າມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ເຊື່ອໝັ້ນຕໍ່ແນວທາງຂອງພັກ-ລັດ. ພ້ອມດຽວ ກັນນີ້ຍັງໄດ້ເປີດກ້ວາງໃຫ້ບັນດາຄະນະໜ່ວຍພັກ, ແຂກຖືກເຊີນມີຄຳເຫັນໃສ່ຮ່າງບົດສະຫຼຸບການນຳພາ ຮອບດ້ານຂອງ ໜ່ວຍພັກແນວລາວສ້າງຊາດແຂວງ ປະຈຳປີ 2020 ແລະ ທິດທາງແຜນການສູ້ຊົນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021.