ໃນລະຫວ່າງວັນທີ 6-8 ເມສາ 2021 ນີ້ ທ່ານ ນາງ ສົມຈັນ ບຸດດີ ຮອງປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍທິມງານ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງປາກລາຍ ເພື່ອລົງຕິດຕາມຊຸກຍູ້ ແລະ ປະເມີນຄືນຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢູ່ບ້ານນ້ຳຊົ້ງ, ບ້ານແສງລາຍ ແລະ ບ້ານຕາກແດດ ເພື່ອຢັ້ງຢືນຄືນ ເພື່ອກະກຽມສະເໜີຮັບຮອງເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ.
ຜ່ານການດຳເນີນກອງປະຊຸມປະເມີນຄືນການປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງ 3 ບ້ານ ເຫັນວ່າຄອບຄົວສາມັກຄີປອງດອງແມ່ນໄດ້ຕາມ 4 ມາດຖານຂອງຄອບຄົວສາມັກຄີປອງດອງ ແມ່ນປະຕິບັດໄດ້ 95% ຂຶ້ນໄປ ແລະ 5 ມາດຖານບ້ານສາມັກຄີປອງດອງແມ່ນປະຕິບັດໄດ້ເກີນ 92% ຂຶ້ນໄປ, ຮັກສາໄດ້ນາມມະຍົດຄອບຄົວສາມັກຄີປອງດອງ ແລະ ນາມມະຍົດບ້ານສາມັກຄີປອງດອງ.
ກອງປະຊຸມ ທ່ານ ຮອງປະທານແນວລາວສ້າງຊາດແຂວງ ໄດ້ເນັ້ນໃຫ້ອົງການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ຕ້ອງເປັນເຈົ້າການເຂົ້າຮ່ວມທຸກຂະບວນການທີ່ການຈັດຕັ້ງໄດ້ຈັດຂຶ້ນ, ປະຊາຊົນພາຍໃນບ້ານຕ້ອງໄດ້ເພີ້ມຄວາມສາມັກຄີປອງດອງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງຄອບຄົວກັບຄອບຄົວ, ບ້ານໃກ້ຄຽງ ເພື່ອສືບຕໍ່ກະກຽມທຸກເງື່ອນໄຂ ປະກາດຮັບຮອງເມືອງປາກລາຍເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ.