ໃນວັນທີ 20 ສິງຫາ 2020 ນີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ພ້ອມດ້ວຍຜົນງານ ແລະ ໄຊຊະນະຂອງແນວລາວສ້າງຊາດ ຕະຫຼອດໄລຍະ 70 ປີ ຜ່ານມາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13 ສິງຫາ 1950 – 13 ສິງຫາ 2020) ຂຶ້ນ. ໃຫ້ກຽດປາຖະກະຖາຕໍ່ພິທີອັນສຳຄັນນີ້ໂດຍທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ ,ມີບັນດາທ່ານຕາງຈາກຫ້ອງການ, ອົງການ, ກົມກອງ, ພະນັກງານປະຕິວັດອາວຸໂສບຳນານ, ນັກທຸລະກິດ ແລະ ບ້ານອ້ອມຂ້າງເມືອງ ເຂົ້າຮ່ວມ.