ໃນວັນທີ 21 ກຸມພາ 2022 ນີ້, ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມຄະນະທີ່ປຶກສາວຽກງານຂົນຂວາຍສ້າງຕັ້ງສະມາຄົມຊາວກະສິກອນລາວ ຂຶ້ນທີ່ຫ້ອງປະຊຸມຂອງສູນກາງແນວລາວສ້າງຊາດ, ໂດຍການເປັນປະທານຂອງທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະກຳມະການສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາວຽກງານຂົນຂວາຍສ້າງຕັ້ງສະມາຄົມຊາວກະສິກອນລາວ, ບັນດາກົມ, ຫ້ອງການ ແລະ ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການລາຍງານຜົນງານການເຄື່ອນໄຫວຂອງຄະນະທີ່ປຶກສາວຽກງານຂົນຂວາຍສ້າງຕັ້ງສະມາຄົມຊາວກະສິກອນລາວ ໃນໄລຍະ 1 ປີທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍຫຍໍ້ ເປັນຕົ້ນແມ່ນແຜນການດຳເນີນກອງປະຊຸມສຳມະນາກ່ຽວກັບການປຶກສາຫາລືຂັ້ນຕອນໃນການສ້າງຕັ້ງສະມາຄົມຊາວກະສິກອນລາວ ເພື່ອລະດົມຄວາມຄິດເຫັນຈາກພາກສ່ວນທີ່ກ່ຽວຂ້ອງ ຂອງອົງການຈັດຕັ້ງພັກ-ລັດ ຕໍ່ກັບເນື້ອໃນການກະກຽມສ້າງຕັ້ງສະມາຄົມຊາວກະສິກອນລາວ, ເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມສຳຄັນ ແລະ ຈຳເປັນໃນການສ້າງສະມາຄົມດັ່ງກ່າວ. ພ້ອມກັນນັ້ນ, ບັນດາທ່ານຄະນະທີ່ປຶກສາ ໄດ້ພ້ອມກັນປະກອບຄຳເຫັນແລກປ່ຽນຕໍ່ກັບວຽກງານດັ່ງກ່າວຢ່າງກົງໄປກົງມາ ເພື່ອນຳໄປປັບປຸງ ແລະ ແກ້ໄຂວຽກງານໃຫ້ໄດ້ຮັບຜົນສຳເລັດ.
ໂອກາດນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວ ຂອງຄະນະທີ່ປຶກສາວຽກງານຂົນຂວາຍສ້າງຕັ້ງສະມາຄົມຊາວກະສິກອນລາວ ພ້ອມທັງ ມີຄຳເຫັນສະຫຼຸບ ແລະ ກ່າວປິດກອງປະຊຸມຢ່າງເປັນທາງການ.