ສູນກາງແນວລາວສ້າງຊາດ

Lao Front For National Development

ປຶກສາຫາລືກະກຽມຄວາມພ້ອມໃສ່ກອງປະຊຸມທາງໄກ ປະທານແນວໂຮມ 3 ປະເທດ

     ວັນທີ 14 ຕຸລາ 2020ນີ້, ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຈັດກອງປະຊຸມທົບທວນຄືນການກະກຽມຄວາມພ້ອມໃສ່ກອງປະຊຸມປະທານແນວໂຮມ 3 ປະເທດ (ລາວ-ຫວຽດນາມ-ກໍາປູເຈຍ)ທາງໄກຜ່ານລະບົບວີດີໂອຄອນ ເຊິ່ງຈະໄດ້ໄຂຂື້ນໃນວັນທີ 26 ພະຈິກ 2020ນີ້ ໂດຍແມ່ນກໍາປູເຈຍເປັນເຈົ້າພາບ.
     ກອງປະຊຸມປຶກສາຫາລືຄວາມພ້ອມໃນຄັ້ງນີ້ ໂດຍການເປັນປະທານກອງປະຊຸມຂອງທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຄະນະປະຈໍາພັກ, ຮອງປະທານ ສນຊ ພ້ອມດ້ວຍຄະນະ. ມາຮອດປັດຈຸບັນນີ້ ຄະນະຮັບ ຜິດຊອບຂອງອົງການແນວໂຮມ 3 ປະເທດ ໄດ້ພ້ອມກັນກະກຽມ ແລະ ກໍານົດຮູບແບບກອງປະຊຸມທາງໄກ, ດ້ານເນື້ອໃນ ແລະ ພິທີການກອງປະຊຸມໂດຍພື້ນຖານແລ້ວ.
info@lfnd.org.la | 021 213754 | (856-21) 453191