ສູນກາງແນວລາວສ້າງຊາດ

Lao Front For National Development

ປຶກສາຫາລືກ່ຽວກັບໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢູ່ເຂດຈຸດສຸມ 516 ເມືອງ ລ້ອງຊານ ແຂວງ ໄຊສົມບູນ

ຮອງປະທານສູນກາງແນວລາວສ້າງຊາດ ປຶກສາຫາລືກ່ຽວກັບໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢູ່ເຂດຈຸດສຸມ 516 ເມືອງ ລ້ອງຊານ ແຂວງ ໄຊສົມບູນ
ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ຜູ້ຊີ້ນໍາວຽກງານໂຄສະນາ ສູນກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ປຶກສາຫາລືກັບອົງການປົກຄອງແຂວງ, ແນວລາວສ້າງຊາດແຂວງ ແລະ ແນວລາວສ້າງຊາດເມືອງ ກ່ຽວກັບວຽກງານໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນ ດາເຜົ່າ ຢູ່ເຂດຈຸດສຸມ 516 ເມືອງ ລ້ອງຊານ ແຂວງ ໄຊສົມບູນ ໃນວັນທີ່ 04 ມິຖຸນາ 2020 ນີ້.
ການປຶກສາຫາລືໃນຄັ້ງນີ້ ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຮັບຟັງລາຍງານ ພ້ອມທັງ ຂໍ້ສະ ດວກ, ຂໍ້ຫຍຸ້ງຍາກກ່ຽວກັບໂຄງການດັ່ງກ່າວ ຈາກທ່ານ ປະທານແນວລາວສ້າງຊາດແຂວງ ໄຊສົມບູນ. ພ້ອມດຽວກັນນັ້ນ, ຍັງໄດ້ປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນໃນຫຼາຍບັນຫາຮ່ວມກັນ ເປັນຕົ້ນແມ່ນ ແບບແຜນວິທີການຄຸ້ມຄອງ ການແບ່ງຄວາມຮັບຜິດຊອບໃຫ້ລະອຽດຂຶ້ນຕື່ມ, ການປະສານງານຕ້ອງໃຫ້ສອດຄ່ອງ, ລະອຽດ ລະຫວ່າງໂຄງການ, ອົງການປົກຄອງບ້ານ, ເມືອງ ແລະ ແຂວງ; ມີການກໍານົດເປັນອັນລະອຽດໃນການແບ່ງຄວາມຮັບຜິດຊອບລະຫວ່າງໂຄງການ ແລະ ອົງການປົກຄອງ, ຂອດການຈັດຕັ້ງບຸກຄະລາກອນຕ້ອງມີການປັບປຸງ ເພື່ອເພີ່ມປະສິດທິໃນການປະຕິບັດໜ້າທີ່ໃຫ້ໄດ້ຮັບຜົນດີ. ພ້ອມດຽວກັນນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄໍາເຫັນໃຫ້ແນວລາວສ້າງຊາດແຂວງ, ເມືອງ ສືບຕໍ່ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນສູງຂຶ້ນ; ນອກຈາກນີ້, ຕ້ອງມີກອງປະຊຸມສະຫຼຸບຖອດຖອນບົດຮຽນກັນເປັນປົກກະຕິ ເພື່ອແກ້ໄຂບັນຫາຂໍ້ຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນໃຫ້ໝົດໄປ.
info@lfnd.org.la | 021 213754 | (856-21) 453191