ວັນທີ15/11/2022, ຄະນະຜູ້ແທນ, ຄະນະກໍາມະການສູນກາງແນວລາວສ້າງຊາດ ນໍາໂດຍ ທ່ານ ສຈ ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈໍາການ ພ້ອມດ້ວຍຄະນະໄດ້ເຂົ້າພົບປະແລກປ່ຽນບົດຮຽນໃນຂົງເຂດວຽກງານກະສິກໍາອິນຊີຄົບວົງຈອນ ກັບຝ່າຍຫວຽດນາມ ເຊີ່ງນໍາໂດຍ ທ່ານ ໂຮ່ກີ່ມິງ ຄະນະປະຈໍາພັກນະຄອນ, ຮອງປະທານຜູ້ປະຈຳການ,ຄະນະປະຈໍາກໍາມະການປະຊາຊົນ ນະຄອນດານັງ, ມີທ່ານ ສຸພັນ ຫາດາວເຮືອງ
ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນດານັງ ສສ ຫວຽດນາມ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກ່ອນອື່ນ ທ່ານ ໂຮ່ກີ່ມິງ ໄດ້ສແດງຄວາມຍີນດີຕ້ອນຮັບແລະຕີລາຄາສູງຕໍ່ການມາຢ້ຽມຢາມແລະເຮັດວຽກຢູ່ນະຄອນດານັງ ສສ ຫວຽດນາມໃນຄັ້ງນີ້ ຂອງຄະນະຝ່າຍລາວ ພ້ອມກັນລາຍງານສະພາບເສດຖະກິດ-ສັງຄົມຂອງນະຄອນດານັງໂດຍລວມ, ນະຄອນດານັງມີທ່າແຮງທັງດ້ານອຸດສາຫະກໍາ ແລະການທ່ອງທ່ຽວບໍ່ມີສາຍແດນຕິດກັບ ສປປ ລາວ ແຕ່ກໍ່ມີການຮ່ວມມືຫຼາຍດ້ານກັບບັນດາແຂວງພາກໃຕ້ຂອງລາວ.
ທ່ານຮອງປະທານສູນກາງແນວລາວສ້າງຊາດຜູ້ບໍ່ປະຈໍາການ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນຊະນິດຊະໜົມຂອງທ່ານໂຮ່ກີ່ມິງໃຫ້ແກ່ຄະນະໃນເທື່ອນີ້,ເຊີງເປັນການປະກອບສ່ວນເສີຂະຫຍາຍມູນເຊື້ອສາຍພົວພັນຮ່ວມມືລະຫວ່າງສອງພັກ-ສອງລັດແລະປະຊາຊົນສອງຊາດ ລາວ-ຫວຽດນາມແລະພ້ອມກັນປຶກສາຫາລືຄວາມເປັນໄປໃດ້ໃນການຮ່ວມມືຂົງເຂດກະສິກໍາອີນຊີລະຫວ່າງແຂວງສະຫວັນນະເຂດ,ແຂວງສາລະວັນ ຂອງລາວ ກັບນະຄອນດານັງ, ເຫັນວ່າສອງຝ່າຍມີຄວາມພ້ອມໃນການຮ່ວມມືທັງດ້ານກະສິກໍາອິນຊີ.
ພ້ອມດຽວກັນນີ້, ຄະນະຍັງໄດ້ໄປທັດສະນະສຶກສາຢ້ຽມຢາມບັນດາຫົວໜ່ວຍທຸລະກິດຄື:ສະຫະກອນປູກຜັກແລະໝາກໄມ້ກິນໝາກປອດສານຜິດ, ຢ້ຽມຢາມສ່ວນດອກໄມ້ ແລະ ຄອບຄົວຕົວແບບໃນການປູກເຫັດເປັນສິນຄ້າ.
