ສູນກາງແນວລາວສ້າງຊາດ

Lao Front For National Development

ຜົນສຳເລັດກອງປະຊຸມໃຫ່ຍ ຄັ້ງທີ VII ຜູ້ແທນແນວລາວສ້າງຊາດ

ກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດແຂວງສາລະວັນ ໄດ້ໄຂຂື້ນ ແລະ ສໍາເລັດລົງຢ່າງຈົບງາມ ໃນວັນທີ 4 ກຸມພາ 2021 ນີ້, ທີ່ສະໂມສອນຂອງແຂວງ. ໂດຍການເປັນປະທານຂອງທ່ານ ຄຳຕາ ໂຮຊົງເລືອງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ; ໃຫ້ກຽດເຂົ້າຮ່ວມມີທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ປອ. ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີການນຳຂອງແຂວງ, ພ້ອມດ້ວຍພຣະເຖຣານຸເຖຣະ, ບັນດາທ່ານຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ ສະເໜີໂດຍທ່ານ ບຸນທົງ ເມືອງຈັນ ກຳມະການສູນກາງແນວລາວສ້າງຊາດ ຮອງປະທານແນວລາວສ້າງຊາດແຂວງ, ໂດຍຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງແນວລາວສ້າງຊາດແຂວງໃນໄລຍະ 5 ປີຜ່ານມາ (2016-2020) ຍາມໃດຄະນະກໍາມະການແນວລາວສ້າງຊາດກໍຖືສໍາຄັນ ແລະ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ເຮັດໜ້າທີ່ເປັນຄັນທຸງໃນການເຕົ້າໂຮມຄວາມສາ ມັກຄີທົ່ວປວງຊົນຢ່າງເປັນປຶກແຜ່ນແໜ້ນໜາ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ອະນຸລັກຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ-ຂອງເຜົ່າ, ປຸກລະດົມກໍາລັງແຮງໃນທົ່ວສັງຄົມເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ໄດ້ເອົາໃຈໃສ່ລົງກໍ່ ສ້າງຮາກຖານການເມືອງຕາມ4 ເນື້ອໃນ 4 ຄາດໝາຍ, ປະກອບສ່ວນແກ້ໄຂຄວາມທຸກຍາກ ແລະ ຊ່ວຍເຫຼືອສັງຄົມ, ປະຊາຊົນບັນດາເຜົ່າ, ເອົາໃຈໃສ່ລົງປັບປຸງລະບົບການຈັດຕັ້ງຢູ່ຂັ້ນບ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ຈາກນັ້ນ, ຜູ້ແທນກອງປະຊຸມຍັງໄດ້ຮັບຟັງທິດທາງແຜນການ ແລະ ວຽກງານຈຸດສຸມທີ່ຈະສູ້ຊົນຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ. ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງທ່ານເຈົ້າແຂວງສາລະວັນ, ການປະກອບຄຳເຫັນຂອງບັນດາອົງການ ຈັດຕັ້ງມະຫາຊົນ, ພະແນກພາຍໃນແຂວງ, ແລະ ແນວລາວສ້າງຊາດເມືອງສາລະວັນ; ກອງປະຊຸມໄດ້ຮັບຮອງເອົາຄະ ນະກຳມະການແນວລາວສ້າງຊາດແຂວງ ຊຸດທີ VII ຈຳນວນ 79 ທ່ານ, ພະສົງ 7 ອົງ, ຍິງ 13 ທ່ານ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຢ່າງສົມບູນຮັບຮອງເອົາການສະເໜີແຕ່ງຕັ້ງປະທານ, ຮອງປະທານ 4 ທ່ານຄື: ທ່ານ ຄຳຕາ ໂຮຊົງເລືອງ ຄະນະປະຈຳພັກແຂວງ ເປັນປະທານແນວລາວສ້າງຊາດແຂວງ, ທ່ານ ບຸນທົງ ເມືອງຈັນ, ທ່ານ ໜູການ ຊາທິລາດ ແລະ ທ່ານ ວຽງໄຊ ແກ້ວມະນີວົງ ເປັນຮອງປະທານແນວລາວສ້າງຊາດແຂວງ, ຮັບຮອງເອົາປະທານ-ຮອງປະທານ, ຄະນະກວດກາ 3 ທ່ານ, ຍິງ 1 ທ່ານປະກອບມີ: ທ່ານ ວຽງໄຊ ແກ້ວມະນີວົງ ເປັນປະທານກວດກາ, ທ່ານ ນ. ຈັນສີ ສຸລິຍະວົງ ເປັນຮອງ, ທ່ານ, ທ່ານ ຈັນທະວອນ ສີຫາຈັກ ເປັນຄະນະ ແລະ ໄດ້ຮັບຮອງເອົາຄະນະປະຈຳແນວລາວສ້າງຊາດແຂວງ ຈຳນວນ 5 ທ່ານ, ຍິງ1 ທ່ານ, ຮັບຮອງເອົາທີ່ປຶກສາແນວລາວສ້າງຊາດຈຳນວນ 5 ທ່ານ.

ໃນໂອກາດດຽວກັນນີ້ ຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ, ຮອງ ປະທານສູນກາງແນວລາວສ້າງຊາດ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຄະນະກຳມະການແນວລາວສ້າງຊາດແຂວງ ຊຸດໃໝ່ ໃນການເອົາໃຈໃສ່ນຳພາວຽກງານແນວລາວສ້າງຊາດຢູ່ແຂວງສາລະວັນ ໃຫ້ມີຜົນສຳເລັດໃໝ່ໃຫ່ຍຫຼວງກວ່າເກົ່າ.

ຂ່າວ-ພາບ: ບົວໄລພອນ ຫຼ່ຳມີໄຊ

 

info@lfnd.org.la | 021 213754 | (856-21) 453191