ສູນກາງແນວລາວສ້າງຊາດ

Lao Front For National Development

ຜົນສຳເລັດກອງປະຊຸມໃຫ່ຍ ຜູ້ແທນແນວລາວສ້າງຊາດ ແຂວງ ອຸດົມໄຊ ຄັ້ງທີ VII

ກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດແຂວງອຸດົມໄຊ ຄັ້ງທີ VII ໄດ້ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມໃນບ່າຍຂອງວັນທີ 29 ກັນຍານີ້ ຢູ່ທີ່ສະໂມສອນແຂວງ. ໂດຍການເປັນປະທານຂອງທ່ານ ວັນນາ ແກ້ວສັນຕິ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ອຸດົມໄຊ. ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ຄໍາພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາ ຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ອຸດົມໄຊ. ມີການນຳພັກ-ລັດແຂວງ, ພະເຖລາ ນຸເຖລະ, ພະນັກງານປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ອົງການພາຄີ, ກຳມະການແນວລາວສ້າງຊາດໃນທົ່ວແຂວງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດແຂວງອຸດົມໄຊ ຄັ້ງທີ VII ໄດ້ຜ່ານຮ່າງບົດລາຍງານການເມືອງທັງ 2 ພາກຄື: ຕີລາຄາລວມຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງຄະນະກຳມະການແນວສ້າງຊາດແຂວງອຸດົມໄຊ ໃນໄລຍະ 6 ປີຜ່ານມາ, (2014-2020) ແລະ ທິດທາງແຜນການ, ຄາດໝາຍສູ້ຊົນ ແຕ່ນີ້ຮອດປີ 2025
ກອງປະຊຸມໄດ້ດໍາເນີນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ເຫັນດີເຫັນພ້ອມຢ່າງສົມບູນ ຕໍ່ເນື້ອໃນສຳຄັນ ໄດ້ຄົ້ນຄ້ວາຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ຕໍ່ຮ່າງບົດລາຍງານການເມືອງ ຂອງຄະນະກຳມະການແນວລາວສ້າງຊາດແຂວງ ສະໄຫມທີ VII, ຮັບຮອງເອົາວິໄສທັດ ຮອດປີ 2035 ແລະ ຍຸດທະສາດພັດທະນາ ຂອງແນວລາວສ້າງຊາດແຂວງ ໄລຍະ 10 ປີ (2021-2030) ໄດ້ຮັບຟັງ ການປະກອບຄຳຄິດຄຳເຫັນ ຂອງສະພາປະຊາຊົນແຂວງ, ບັນດາອົງການຈັດຕັ້ງພາຄີ, ແນວລາວສ້າງຊາດເມືອງໄຊ, ກໍາມະການແນວລາວສ້າງຊາດແຂວງ, ຄອບຄົວຕົວແບບ ໃນການສ້າງກອງທຶນສາມັກຄີພັດທະນາບ້ານ ແລະ ຕົວແບບຈາກທ້ອງຖິ່ນຈຳນວນໜຶ່ງ, ໄດ້ຮັບຮອງເອົາຮ່າງບົດສຳຫຼວດການນຳພາລວມ ຂອງຄະນະກຳມະການແນວລາວສ້າງຊາດແຂວງ ສະໄຫມທີ VI ໄດ້ຕີລາຄາສູງ ຕໍ່ຄວາມພະຍາຍາມອັນຕັ້ງຫນ້າ ແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງແນວລາວສ້າງຊາດແຂວງ ໄດ້ຮັບຜົນສຳເລັດອັນສຳຄັນໃນຫລາຍດ້ານ ແລະ ມີບາງດ້ານກໍ່ລື່ນຄາດຫມາຍ, ຮັບຮອງເອົາການສະເໜີແຕ່ງຕັ້ງຄະນະກຳມະການແນວລາວສ້າງຊາດ ສະໄຫມທີ VII ຈໍານວນ 69 ທ່ານ. ໃນນີ້ ມີພະສົງ 3 ອົງ, ຍິງ 12 ທ່ານ ເພື່ອເປັນຫລັກແຫລ່ງໃນການເຕົ້າໂຮມຄວາມສາມັກຄີບັນດາຊົນເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ. ພ້ອມທັງໄດ້ຮັບຮອງເອົາ ປະທານ, ຮອງປະທານ ຄະນະກຳມະການແນວລາວສ້າງຊາດແຂວງ, ຄະນະປະຈຳຄະນະກຳມະການແນວລາວສ້າງຊາດ ແລະ ປະທານກວດກາ, ຮອງປະທານກວດກາ ຄະນະກຳມະການແນວລາວສ້າງຊາດແຂວງ, ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະກຳມະການແນວລາວສ້າງຊາດແຂວງ ສະໄຫມທີ VII ໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາທ່ານ ວັນນາ ແກ້ວສັນຕິ, ຄະນະປະຈຳພັກແຂວງ ເປັນປະທານແນວລາວສ້າງຊາດແຂວງ, ແຕ່ງຕັ້ງ ທ່ານ ນາງ ຈັນທະຈອນ ດວງສຸກ, ທ່ານ ບຸນຍືມ ໄຊຍະເວັນ ແລະ ທ່ານ ອຸດົມ ແສງຈັນ ເປັນຮອງປະທານ, ກອງປະຊຸມໄດ້ຮັບຮອງເອົາການແຕ່ງຕັ້ງຄະນະປະຈຳ ຄະນະກຳມະການແນວລາວສ້າງຊາດແຂວງ ຈຳນວນ 5 ທ່ານ, ຍິງ 1 ທ່ານ ຄື: ທ່ານ ວັນນາ ແກ້ວສັນຕິ , ທ່ານ ນາງ ຈັນທະຈອນ ດວງສຸກ, ທ່ານ ບຸນຍືມ ໄຊຍະເວັນ, ທ່ານ ອຸດົມ ແສງຈັນ ແລະ ທ່ານ ບຸນຄົງ ທໍ່ ຈົ່ງເລ່ຍຈື່, ຮັບຮອງເອົາການແຕ່ງຕັ້ງຄະນະກວດກາ ຄະນະກຳມະການແນວລາວສ້າງຊາດແຂວງ ຈຳນວນ 5 ທ່ານ, ຍິງ 1 ທ່ານ ຄື: ທ່ານ ອຸດົມ ແສງຈັນ ເປັນປະທານກວດກາ, ທ່ານ ສົມບັດ ຄຳພິດາ ເປັນຮອງປະທານກວດກາ, ທ່ານ ນາງ ພິມພາ ອິນນະລົງ, ທ່ານ ດວງຈັນ ບຸດນາໂຄ ແລະ ທ່ານ ບຸນມີ ມະນີໄຊ ເປັນຄະນະ.
ໃນໂອກາດນີ້ ທ່ານ ຄຳໃບ ດຳລັດ ຮອງປະທານສູນກາງແນວລາວສ້າງຊາດໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ, ທ່ານໄດ້ກ່າວຄວາມສະແດງຄວາມຂໍ່ານັບຊົມເຊີຍກອງປະຊຸມຄັ້ງນີ້ ແລະ ບັນດາຜູ້ແທນກອງປະຊຸມທີ່ເປັນຕົວແທນຂອງຊົນຊັ້ນກຳມະກອນ, ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນ, ຕົວແທນບັນດາຊົນເຜົ່າ, ສາສະໜາ, ຊັ້ນຄົນ, ເພດ, ໄວຕ່າງໆ ພາຍໃນແຂວງອຸດົມໄຊ, ພ້ອມກັນນີ້້ທ່ານໄດ້ຮຽກຮ້ອງມາຍັງບັນດາກຳມະການແນວລາວສ້າງຊາດແນວລາວສ້າງຊາດແຂວງອຸດົມໄຊທຸກຂັ້ນ ໃຫ້ນຳເອົາມະຕິ, ເນື້ອໃນກອງປະຊຸມຄັ້ງນີ້ສ້າງເປັນເອກະສານຮໍ່າຮຽນເພື່ອນຳໄປເຜີຍແຜ່ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ພໍ່ແມ່ປະຊາຊົນລາວບັນດາເຜົ່າໃຫ້ເຂົ້າໃຈ ເຊືອມຊືມຕໍ່ເນື້ອໃນ ແລະມະຕິກອງປະຊຸມດັ່ງກ່າວ, ຈົ່ງເຊີດຊູຄວາມເປັນແບບຢ່າງນຳຫນ້າໃນທຸກດ້ານ, ນໍາພາມະຫາຊົນປະຕິບັດ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VII ໃຫ້ປະກົດຜົນເປັນຈິງ, ປະກອບສ່ວນເພື່ອສ້າງສາພັດທະນາແຂວງອຸດົມໄຊ ໃຫ້ມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນຮັ່ງ ມີຜາສຸກ, ສັງຄົມ ມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
 
info@lfnd.org.la | 021 213754 | (856-21) 453191