ສູນກາງແນວລາວສ້າງຊາດ

Lao Front For National Development

ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ VII ໜ່ວຍພັກກົມໂຄສະນາ ສນຊ

ໜ່ວຍພັກກົມໂຄສະນາ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VII ຂຶ້ນ ໃນວັນທີ 11 ກັນຍາ 2020 ນີ້, ທີ່ ສນຊ ໂດຍການເປັນປະທານຂອງ ສະຫາຍ ນ. ແພງພັນ ບຸບຜາພອນ ຮອງເລຂາໜ່ວຍພັກກົມໂຄສະນາ, ເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານ ສນຊ, ມີສະຫາຍ ນ. ຄໍາຈັນ ພົມແສງສະຫວັນ ຄະນະປະຈໍາ ຮອງປະທານ ສນຊ, ສະຫາຍ ຈັນທະວົງ ແສນອາມາດມົນຕີ ຄະນະພັກ ຮອງປະທານ ສນຊ ຜູ້ຊີ້ນໍາວຽກງານໂຄສະນາ, ບັນດາສະຫາຍຜູ້ແທນ ແລະ ແຂກຖືກເຊີນອ້ອມຂ້າງ ສນຊ ເຂົ້າຮ່ວມ.

  
ສະຫາຍ ນ. ແພງພັນ ບຸບຜາພອນ ໄດ້ຜ່ານຮ່າງບົດລາຍງານການເມືອງ 2 ພາກ ຄື: ພາກທີ I ສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກກົມໂຄສະນາ ໄລຍະ 5 ປີ 2015-2020. ເຊິ່ງໃນໄລຍະທີ່ຜ່ານມາຄະນະໜ່ວຍພັກໄດ້ເອົາໃຈໃສ່ການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານຂອງຕົນດ້ວຍຫຼາຍຮູບການ ແລະ ຖືສຳຄັນຕໍ່ວຽກງານກໍ່ສ້າງພັກ ແລະ ຂະຫຍາຍພັກຕາມທິດຂອງການກໍ່ສ້າງພັກ ສາມາດຂະຫຍາຍສະມາຊິກພັກ ລືນຄາດໝາຍ 1 ສະຫາຍ ຈາກນັ້ນ, ສະຫາຍໄດ້ ຜ່ານບົດສຳຫຼວດການນຳພາ ຂອງຄະນະໜ່ວຍພັກ ຊຸດເກົ່າ. ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່. ກອງປະຊຸມຄັ້ງປະຖົມມະລຶກໄດ້ ເລືອກເອົາ ສະຫາຍ ນ. ແພງພັນ ບຸບຜາພອນ ເປັນເລຂາໜ່ວຍພັກ ຊີ້ນໍາວຽກງານການເມືອງແນວຄິດ ແລະ ກໍ່ສ້າງພັກ ພະນັກງານ, ສະຫາຍ ປອ ພິດສະໄໝ ບຸນວິໄລ ເປັນຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາ ລົງເລິກວຽກງານວິຊາສະເພາະ, ສະຫາຍ ນາງ ກົງແກ້ວ ທໍາມະໂຄດ ເປັນຄະນະໜ່ວຍພັກ ຮັບຜິດຊອບຄຸ້ມຄອງເງິນສະຕິ ແລະ ລົງເລິກວຽກງານຂະບວນການ.

 

ໃນໂອກາດນີ້, ສະຫາຍ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານ ສນຊ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກຊຸດເກົ່າ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍພັກຊູດໃໝ່ ສືບຕໍ່ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ແກ້ໄຂບັນດາຈຸດອ່ອນ-ຂໍ້ຄົງຄ້າງໃຫ້ຕົກໄປ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະໜ່ວຍພັກຊຸດໃໝ່ ທີ່ຈະສືບຕໍ່ຊີ້ນໍາໆພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກກົມໂຄສະນາສ້າງໃຫ້ໄດ້ຜົນງານ ແລະ ຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ. ພ້ອມທັງຮຽກຮ້ອງມາຍັງສະມາຊິກພັກທຸກສະຫາຍ ກໍຄືຜູ້ແທນກອງປະຊຸມ ຈົ່ງໄດ້ເຊີດຊູສະຕິ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ເຮັດໃຫ້ວຽກງານແນວລາວສ້າງຊາດມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ສືບຕໍ່ຮັກສານາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດທິດທາງໜ້າທີ່ຂອງກອງປະຊຸມຄັ້ງນີ້ວາງອອກໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

info@lfnd.org.la | 021 213754 | (856-21) 453191