ສູນກາງແນວລາວສ້າງຊາດ

Lao Front For National Development

ຜົນສໍາເລັດກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດແຂວງຈໍາປາສັກ.

 

ໃນວັນທີ 12 ກຸມພາ 2021 ຜ່ານມານີ້, ແນວລາວສ້າງຊາດແຂວງຈໍາປາສັກ ໄດ້ເປີດກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VII ຂື້ນ ຢູ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ວາດສະໜາ ສິລິມາ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ, ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ມີການນໍາຂັ້ນແຂວງ, ແນວລາວສ້າງຊາດຈາກ 9 ເມືອງ 1 ນະຄອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກຄື: ຕີລາຄາລວມການຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ ຄັ້ງທີ VI ໃນນີ້, ໄດ້ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ (2021-2025);, ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຮັບຟັງການປະ ກອບຄຳເຫັນຈາກອົງການພຸດທະສາສະໜາແຂວງ, ຕາງໜ້າບັນດາອົງການຈັດຕັ້ງມະຫາຊົນ ແລະ ແນວລາວສ້າງຊາດນະຄອນປາກເຊ.

ທ່ານ ປອ. ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ມີຄຳເຫັນ ຊີ້ນຳຕໍ່ກອງປະຊຸມຊຶ່ງທ່ານໄດ້ເນັ້ນບາງເນື້ອໃນສຳຄັນວ່າ: ວຽກງານແນວລາວສ້າງຊາດ  ຍາມໃດກໍມີບົດບາດອັນໃຫຍ່ຫຼວງໃນການປຸກ ລະດົມຂົນຂວາຍ ແລະ ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາຊົນເຜົ່າ; ດັ່ງນັ້ນ, ຄະນະກຳມະການແນວລາວສ້າງຊາດແຂວງ, ເມືອງ ແລະ ບ້ານ ຄວນໄດ້ເພີ່ມທະວີຄວາມເປັນແບບຢ່າງ ໃນຖານະເປັນຄັນທຸງເຕົ້າໂຮມຄວາມສາ ມັກຄີບັນດາຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ ແລະ ໄວ ພາຍໃນແຂວງ ໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ເຮັດໃຫ້ວຽກງານແນວລາວສ້າງຊາດ ໃຫ້ມີບາດກ້າວໃໝ່; ໂອກາດນີ້, ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ເປັນກຽດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ມີບາງຕອນ ທ່ານໄດ້ເນັ້ນວ່າ: ແນວລາວສ້າງຊາດແຂວງ-ເມືອງ ໃຫ້ນຳເອົາມະຕິ, ເນື້ອໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງເຜີຍແຜ່ເຊື່ອມຊື່ມໃຫ້ບັນດາອົງການຈັດຕັ້ງ, ສະມາຊິກພັກ, ພະນັກງານ -ລັດຖະກອນ, ທະຫານ, ຕໍາຫຼວດ, ປະຊາຊົນລາວບັນດາເຜົ່າ ຢ່າງກວ້າງຂວາງ, ທົ່ວເຖິງ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຈະແຈ້ງ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕິດພັນກັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມກົດໝາຍວ່າດ້ວຍແນວລາວສ້າງຊາດ, ກົດລະບຽບແນວລາວສ້າງຊາດ, ມະຕິກົມການເມືອງສູນກາງພັກ ສະບັບເລກທີ 108/ກມສພ, ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່, ດໍາລັດຂອງລັດຖະ ບານ ສະບັບເລກທີ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ ແລະ ບັນດາມະຕິ, ຄໍາແນະນໍາຂອງສູນກາງແນວລາວສ້າງຊາດ ໃຫ້ທົ່ວເຖິງ, ກວ້າງຂວາງ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ສະເໜີໃຫ້ ຄະນະພັກ, ອົງການປົກຄອງຂັ້ນຕ່າງໆ ສືບຕໍ່ນຳພາ-ຊີ້ນຳ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກທາງດ້ານງົບປະມານ, ພາຫະນະ, ອຸປະກອນ ແລະ ສະຖານທີ່ ໃຫ້ແກ່ອົງການແນວລາວສ້າງຊາດ ເພື່ອສາມາດເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃຫ້ມີເນື້ອໃນອຸດົມສົມບູນກວ່າເກົ່າ; ຄຽງຄູ່ກັນນັ້ນ, ໃຫ້ສຶບຕໍ່ປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບການສ້າງບ້ານພັດທະນາ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ-ເມືອງວາງອອກ, ຊຸກຍູ້ຂະບວນການຜະລິດເປັນສິນ ຄ້າແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບສົ່ງເສີມອະນຸລັກວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ; ສືບຕໍ່ປັບປຸງແບບແຜນ, ວິທີເຮັດວຽກ, ກົນໄກການປະສານງານກັບພາກສ່ວນອື່ນໆ ໃນການເຄື່ອນ ໄຫວໂຄສະນາ, ສຶກສາອົບຮົມ, ປຸກລະດົມໃຫ້ປະຊາຊົນບັນດາເຜົ່າໃນການປະຕິບັດແນວທາງ, ແຜນນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຂອງທ້ອງຖິ່ນດ້ວຍຫຼາຍຮູບຫຼາຍສີ, ຫຼາຍລະດັບໃຫ້ແທດເໝາະກັບແຕ່ລະເປົ້າໝາຍ, ແຕ່ລະຊັ້ນຄົນໃນສັງຄົມຕາມເງື່ອນໄຂ ແລະ ຄວາມສາ ມາດຂອງທ້ອງຖິ່ນຕົນ, ພ້ອມດຽວກັນນັ້ນ, ໃຫ້ຍົກສູງບົດບາດຕິດຕາມ, ກວດກາ ໂດຍຜ່ານຄຳຄິດຄຳເຫັນ, ຄຳສະ  ເໜີຕໍ່ການຈັດຕັ້ງປະຕິບັດແນວທາງ, ລັດຖະທຳມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ເພດ, ໄວ ເຂົ້າໃນການວາງແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ການກ່ໍສ້າງພັກ-ພະນັກງານ, ການປັບປຸງອົງການອຳນາດລັດ; ຕັ້ງໜ້າເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ່ງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ;  ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ເປັນເຈົ້າການເຂົ້າຮ່ວມ ແລະ ປະກອບສ່ວນສໍາຄັນໃນການປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ແລະ ທ້ອງຖິ່ນໃນເງື່ອນໄຂໃໝ່ໃຫ້ມີຜົນສໍາເລັດເປັນກ້າວໆ.

ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາຄະນະກຳມະການແນວລາວສ້າງຊາດ ແຂວງ ຈໍາປາສັກ ສະໄໝທີ VII ຈໍານວນ 149 ທ່ານ, ພະສົງ 21 ອົງ ແລະ ເພດຍິງ 32 ທ່ານ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຮັບຮອງເອົາ ທ່ານ ນ. ວາດສະໜາ ສິລິມາ ຄະນະປະຈໍາພັກແຂວງ ເປັນປະທານແນວລາວສ້າງຊາດແຂວງ ຮັບຮອງເອົາຮອງປະທານ ຈໍານວນ 3 ທ່ານ; ຄະນະປະຈຳ 5 ທ່ານ, ຍິງ 1 ທ່ານ ແລະ ຄະນະກວດກາ 4 ທ່ານ.

info@lfnd.org.la | 021 213754 | (856-21) 453191