ກົມສາສະໜາ ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບກຳມາທິການປົກຄອງສົງ ອພສ ສູນກາງ ສໍາເລັດ ການຈັດ ກອງປະຊຸມຝຶກອົບຮົມວຽກງານສາສະໜາໃຫ້ແກ່ຄະນະອົງການພຸດທະສາສະໜາ ສຳພັນແຫ່ງ ສປປ ລາວ (ອພສ) ແລະ ອພສ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານ ຂອງທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານ ສນຊ ຜູ້ບໍ່ປະຈຳການ ຫົວໜ້າຄະນະທີ່ປຶກສາວຽກງານສາສະໜາ ສນຊ, ໂດຍເປັນກຽດເຂົ້າຮ່ວມຂອງພະອາຈານໃຫຍ່ ບຸນສ່ວນ ພັນທະວົງ ຮອງປະທານສູນກາງ ອພສ, ມີປະທານ ອພສ ນວ, ມີຄະນະປະຈຳ ຮອງປະທານ ອພນ ນວ, ພະເຖລະນຸເຖລະ, ພະນັກງານວິຊາການຂອງກົມສາສະໜາ ສນຊ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ ທີ່ສໍານັກງານສູນກາງແນວລາວສ້າງຊາດ;
ທ່ານ ນາງ ຄຳຈັນ ພົມແສງສະຫວັນ ໄດ້ກ່າວບາງຕອນໃນພິທີປິດ ວ່າ: ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ເອົາໃຈໃສ່ເຮັດໃຫ້ກອງປະຊຸມຄັ້ງນີ້ມີຜົນສໍາເລັດ; ພ້ອມທັງໄດ້ເນັ້ນບາງບັນຫາ ດັ່ງນີ້: ໃນຍຸກເສດຖະກິດຕະຫຼາດ, ຍຸໂລກາວິວັດ, ຍຸກສັງຄົມອອນລາຍ ການເຄື່ອນໄຫວຂອງພະສົງສໍາມະເນນ ຄວນມີການລະມັດລະວັງຂຶ້ນຕື່ມ ໂດຍສະເພາະການແຊຂໍ້ມູນຕ່າງໆ ທີ່ມີລັກສະນະບໍ່ຈະແຈ້ງ ແລະ ອື່ນໆ, ການນໍາໃຊ້ໂທລະສັບຕ່າງໆກໍ່ຄວນຄໍານຶງເຖິງຄວາມເໜາະສົມ ເພື່ອບໍ່ໃຫ້ຕົກໃນທ່າຮັບການໂຈມຕີຂອງກຸ່ມຄົນບໍ່ຫັວງດີ; ໃນນີ້, ຄວນມີການພົວພັນກັນຢ່າງໃກ້ຊິດລະຫວ່າງບ້ານກັບວັດ, ພະສົງກັບອົງການປົກຄອງ, ແນວໂຮມບ້ານ, ຜູ້ຊົງຄຸນວຸດທິ ເພີ່ມທະວີຄວາມສາມັກຄີ ພ້ອມກັນສ້າງສາພັດທະນາ ເພື່ອຄວາມຈົບງາມຂອງບ້ານເມືອງ ແລະ ພ້ອມກັນແກ້ໄຂບັນຫາເລັກໆນ້ອຍໆທີ່ເກີດຂຶ້ນພາຍໃນວັດໃຫ້ຕົກໄປ; ພ້ອມນັ້ນ, ການຄຸ້ມຄອງສາສະໜາວັດຖຸ, ສາສະໜາສົມບັດ, ການຄຸ້ມຄອງເງິນຂອງວັດທີ່ປະຊາຊົນຮ່ວມກັນບໍລິຈາກໃຫ້ມີຄວາໂປ່ງໃສ ແລະ ນໍາໃຊ້ໃຫ້ຖືກເປົ້າໝາຍ, ກໍ່ສ້າງວັດວາອາຮາມ ຕ້ອງມີຄະນະກໍາມະການຮັບຜິດຊອບຄຸ້ມຄອງລາຍຮັບ, ລາຍຈ່າຍ ເພື່ອບໍ່ຫ້ມີບັນຫາພາຍຫຼັງ ຫຼີກລ້ຽງການນໍາໃຊ້ວັດວາອາຮາມເປັນສະຖານທີ່ ເຄື່ອນໄຫວບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງກັບພະທໍາມະວິໄນ ແລະ ລະບຽບກົດໝາຍບ້ານເມືອງ ເຊິ່ງຈະພາໃຫ້ເສື່ອມສັດທາ ແລະ ຄວາມເຊື່ອຖື ຂອງປະຊາຊົນບັນດາເຜົ່າ ແລະ ເປັນຊ່ອງຫວ່າງໃຫ້ອິດທິກໍາລັງປໍລະປັກໃສ່ຮ້າຍປ້າຍສີ; ພ້ອມດຽວ ກັນນີ້, ໃນເງື່ອນໄຂປະເທດຊາດພົບຄວາມຫຸຍ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ; ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາພະອາຈານ ຊ່ວຍນໍາເອົາ 2 ວາລະແຫ່ງຊາດ ຂອງລັດຖະ ບານຄື: ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຸຍ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍບັນຫາຢາເສບຕິດ ໄປເທສະໜາໃຫ້ປະຊາຊົນຮັບຮູ້ເຂົ້າໃຈເປັນເອກະພາບ, ເພີ່ມທະວີຄວາມສາມັກຄີ ເພື່ອຕໍ່ສູ້ຜ່ານຜ່າຄວາມຫຸຍ້ງຍາກດັ່ງກ່າວ; ນອກຈາກນັ້ນ, ຈົ່ງຊ່ວຍກັນປົກປັກຮັກສາສາໜາສະຖານ, ການເຄື່ອນໄຫວທາງສາສະໜາໃຫ້ມີຄວາມເປັນລະບຽບ, ສ່ອດຄ່ອງກັບລໍາດັດ 315/ລບ ຂອງລັດຖະບານ ທັງມີສະຕິຕໍ່ກຸ່ມຄົນບໍ່ຫັວງດີ ທີ່ສວຍໃຊ້ສາສະໜາ ເພື່ອເຄື່ອນໄຫວແບ່ງແຍກຄວາມສາມັກຄີພາຍໃນ, ນໍາເອົາສາສະໜາອື່ນໆ ມາເຜີຍແຜ່ແບບບໍ່ຖືກຕ້ອງ ແລະ ບໍ່ໄດ້ຮັບອະນຸຍາດຢ່າງເປັນທາງການ;
ໃນວາລະພິທີປິດກອງປະຊຸມ, ໄດ້ມອບໃບຢັ້ງຢືນການສໍາເລັດຊຸດຝຶກອົບຮົມ ໃນຄັ້ງນີ້ໃຫ້ ອພສ ນະຄອນຫຼວງ ແລະ ອພສ 9 ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ແລະ ມອບໃບຂອບໃຈ ໃຫ້ບັນດາເຈົ້າສັດທາທັງຫຼາຍ ທີ່ໄດ້ປະ ກອບສ່ວນອຸປະຖໍາກອງປະຊຸມຕື່ມອີກ; ກອງປະຊຸມໄດ້ດໍາເນີນລະຫວ່າງ ວັນທີ 24-25 ຕຸລາ 2023 ໄດ້ອັດລົງດ້ວຍຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ວາງໄວ້;
ພາບ: ຄໍາຜາຍ
ຂ່າວ:ແສງຫລ້າ
ບກ. ຈິດຕະພົງ
