ສູນກາງແນວລາວສ້າງຊາດ

Lao Front For National Development

ຜົນສໍາເລັດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ-ພະນັກງານ

ໃນວັນທີ 9-11 ພະຈິກ 2020 ນີ້, ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ໄດ້ສໍາເລັດກອງປະຊຸມຝຶກອົບຮົມວຽກງານກໍ່ສ້າງພັກ-ພະນັກງານ ໃຫ້ແກ່ພະນັກງານຫຼັກແຫຼ່ງແນວລາວສ້າງຊາດ ໂດຍເປັນປະທານຂອງສະຫາຍ ນ. ຄໍາຈັນ ພົມແສງສະຫວັນ ຮອງປະທານ ສນຊ, ມີທ່ານ ຄໍາຢາດ ຣາຊດາວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ສນຊ ໂດຍເຂົ້າຮ່ວມເປັນວິທະຍາກອນຈາກຄະນະຈັດຕັ້ງສູນກາງພັກ, ກະຊວງພາຍໃນ ແລະ ມີນັກສໍາມະນາກອນຈາກແນວລາວສ້າງຊາດບັນດາແຂວງທົ່ວປະເທດເຂົ້າຮ່ວມທັງໝົດ 68 ສະຫາຍ, ຍິງ 33 ສະຫາຍ.

ທ່ານ ຮອງປະທານ ສນຊ ໄດ້ເປັນກຽດໂອ້ລົມໃຫ້ພະນັກງານຫຼັກແຫຼ່ງຮັບຮູ້ ແລະ ເຂົ້າໃຈເຖິງ ວຽກງານກໍ່ສ້າງພັກ-ພະນັກງານ ກ່ອນອື່ນໝົດທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ໂດຍສະເພາະແມ່ນກົມຈັດຕັ້ງ-ພະນັກງານ ທີ່ໄດ້ ມີການຫ້າງຫາກະກຽມເຮັດໃຫ້ສາມາດເປີດຊຸດຝຶກອົບຮົມຄັ້ງນີ້ໄດ້ຕາມແຜນການ. ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການ ຊຶ່ງເປັນຄັ້ງທີ 3 ຖືວ່າວຽກງານກໍ່ສ້າງພັກ-ພະນັກງານ ແມ່ນຍຸດທະສາດຂອງຄະນະພັກ, ຄະນະນໍາ ຈໍາເປັນຕ້ອງມີການພັດທະນາ ພະນັກງານແນວລາວສ້າງຊາດ ໃຫ້ມີຄຸນນະພາບດີຂຶ້ນ ນັກສໍາມະນາກອນທຸກທ່ານຕ້ອງໄດ້ກໍາແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່  ຕ້ອງຮູ້ຊີ້ນໍາໆພາທາງດ້ານການເມືອງ-ແນວຄິດ ເພື່ອເຮັດໃຫ້ທຸກວຽກບັນລຸຕາມແຜນວາງໄວ້, ທ່ານຍັງໄດ້ເນັ້ນໃຫ້ສະມາຊິກພັກ-ພະນັກງານ ຕ້ອງໄດ້ເອົາໃຈໃສ່ໂດຍສະເພາະແມ່ນຕ້ອງຊອກຮູ້ຮໍ່າຮຽນ ຫຼັກມູນ, ຫຼັກການ, ທິດສະດີລັດທິມາກເລນິນ ແລະ ແນວຄິດປະທານໄກສອນ ພົມວິຫານ ເພື່ອສາມາດປະເມີນສະມາຊິກພັກ-ໜ່ວຍພັກ, ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ມີຫຼັກໝັ້ນ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ຍົກສູງຄຸນທາດທາງດ້ານການເມືອງ-ແນວຄິດສຶກສາອົບຮົມເຕົ້າໂຮມຄວາມສາມັກຄີທົ່ວປວງຊົນຕິດພັນກັບວຽກງານຕິດຕາມກວດກາຄຸ້ມຄອງພະນັກງານ. ສ່ວນວຽກງານແນວໂຮມແມ່ນການຫັນລົງກໍ່ສ້າງຮາກຖານໃກ້ສິດຕິດແທດກັບປະຊາຊົນ ພ້ອມກັນນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ນັກສໍາມະກອນແຕ່ລະທ່ານ ຢູ່ສູນກາງ ແລະ ມາຈາກ ທ້ອງຖິ່ນ ໃຫ້ພ້ອມກັນນໍາເອົາເນື້ອໃຈຈິດຝຶກອົບຮົມຄັ້ງນີ້ໄປນໍາໃຊ້ໃນໜ້າທີ່ວຽກງານຕົວຈິງ ໃຫ້ຖືກຕ້ອງສອດຄ່ອງກັບສະພາບຕົວຈິງ ເພື່ອປັບປຸງກົງຈັກການຈັດຕັ້ງ ຂອງແນວລາວສ້າງຊາດ ໃຫ້ມີປະສິດທິພາບສູງຂຶ້ນ.

info@lfnd.org.la | 021 213754 | (856-21) 453191