ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ບໍ່ແກ້ວ ຄັ້ງທີ VIII ໄດ້ໄຂຂຶ້ນໃນວັນທີ 30 ທັນວາ 2020 ທີ່ສະໂມສອນໃຫຍ່ຂອງແຂວງພາຍໃຕ້ຄໍາຂວັນ “ເພີ່ມທະວີຄວາມສາມັກຄີປອງດອງທົ່ວປວງຊົນບັນດາເຜົ່າເປັນກ້ອນກໍາລັງເຂົ້າຮ່ວມການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ–ສັງຄົມຂອງລັດໃຫ້ປະກົດຜົນເປັນຈິງ” ໂດຍການເປັນປະທານຂອງທ່ານ ດາລີວັນ ພູສະຫວັນ ກໍາມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງ ບໍ່ແກ້ວ, ເປັນກຽດເຂົ້າຮ່ວມມີທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານສູນກາງແນວລາວສ້າງຊາດ, ມີທ່ານ ປອ ບົວຄົງ ນາມມະວົງ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ, ມີການນໍາຂັ້ນແຂວງ, ຄະນະກໍາມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ, ພະແນກການອ້ອມຂ້າງແຂວງ, ພະນັກງານອາວຸໂສບໍານານ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມທັງໝົດ 147 ທ່ານ, ພຣະສົງ 3 ອົງ, ຍິງ 19 ທ່ານ.
ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ສອງ ພາກຄື: ຕີລາຄາຜົນສໍາເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VII ແຕ່ປີ 2016-2020, ທິດທາງແຜນການ ແລະ ວຽກງານຈຸດສຸມຂອງຄະນະກໍາມະການແນວລາວສ້າງຊາດແຂວງ ບໍ່ແກ້ວ ໃນ 5 ປີຕໍ່ໜ້າ 2020-2025 ທີ່ສະເຫນີໂດຍທ່ານ ດາລີວັນ ພູສະຫວັນ ເປັນຕົ້ນແມ່ນ ບັນດາຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນ 5 ປີຜ່ານມາເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງພື້ນຖານໂຄງລ່າງ ສາມາດຍາດໄດ້ຜົນສໍາເລັດລວມໃນຫຼາຍດ້ານເດັ່ນກວ່າໝູ່ ແມ່ນຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແມ່ນການເຕົ້າໂຮມກ້ອນກໍາລັງຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ເຂົ້າຮ່ວມການຈັດຕັ້ງ-ປະຕິບັດ ແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ຕິດພັນກັບ ຂະບວນການແຂ່ງຂັນຮັກຊາດ-ພັດທະນາ ແລະ ວຽກງານ 3 ສ້າງ, ເປັນການຕໍ່ຍອດ ແລະ ເສີມຂະຫຍາຍຜົນສໍາເລັດຂອງຂະບວນການກໍ່ສ້າງບ້ານນາມມະຍົດຢູ່ຮາກຖານຂັ້ນບ້ານ ຕາມຄາດຫມາຍທີ່ວາງໄວ້, ພ້ອມທັງວາງທິດທາງຫນ້າທີ່ ແລະ ວຽກງານຈຸດສຸມທີ່ຈະສູ້ຊົນຈັດຕັ້ງປະຕິບັດໃນ 5 ປີຕໍ່ຫນ້າ ແລະ ພ້ອມກັນນີ້, ໄດ້ຮັບຟັງການປະກອບຄໍາເຫັນຈາກພາກສ່ວນກ່ຽວຂ້ອງກ່ຽວກັບການປະຕິບັດບົດບາດພາຄີ ແລະ ຄູ່ຮ່ວມງານ, ບົດບາດຂອງສະພາປະຊາຊົນແຂວງ ຕໍ່ອົງການແນວລາວສ້າງຊາດ; ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງມະຫາຊົນຍູ້ແຮງຂະບວນການວຽກງານຮອບດ້ານ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ຍູ້ແຮງຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເພື່ອນໍາພາປະຊາຊົນບັນດາເຜົ່າເຂົ້າຮ່ວມປົກປັກຮັກສາ ແລະ ສ້າງສາພັດທະນາ; ສົ່ງເສີມການຜະລິດກະສິກໍາກາຍເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າໃນຄອບຄົວ.
ກອງປະຊຸມໄດ້ຮັບຮອງເອົາຄະນະກໍາມະການແນວລາວສ້າງຊາດແຂວງສະໄຫມ ທີ VIII ຈໍານວນ 89 ທ່ານ, ພະສົງ 2 ອົງ, ຍິງ 21 ທ່ານ,ໃນນັ້ນຮັບຮອງເອົາຄະປະຈໍາແນວລາວສ້າງຊາດແຂວງຈໍານວນ 7 ທ່ານ, ຮັບຮອງເອົາປະທານ ແລະ ຮອງປະທານ 4 ທ່ານຄື: ທ່ານ ດາລີວັນ ພູສະຫວັນ ເປັນປະທານແນວລາວສ້າງຊາດແຂວງ, ທ່ານ ສູນດາວັນ ບົວລີວົງ, ທ່ານ ຄໍາດີ ສີປະເສີດ ແລະ ທ່ານ ບົວເກດ ສືບໄຊຍາ ເປັນຮອງປະທານແນວລາວສ້າງຊາດແຂວງ ບໍ່ແກ້ວ ຮັບຮອງເອົາປະທານ-ຮອງປະທານກວດກາ 2 ທ່ານປະກອບມີ: ທ່ານ ຄໍາດີ ສີປະເສີດ ເປັນປະທານກວດກາ ແລະ ທ່ານ ຄໍາເຄື່ອງ ອິນທະວົງ ເປັນຮອງປະທານກວດກາ. ໂອກາດນີ້້້, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງຄະນະກໍາມະການແນວລາວສ້າງຊາດແຂວງໃນ 5 ປີຜ່ານມາ,ທ່ານໄດ້ຮຽກຮ້ອງໃຫ້ແນວສ້າງຊາດແຕ່ລະຂັ້ນ,ຄະນະກໍາມະການແນວລາວສ້າງຊາດແຂວງຊຸດໃຫມ່ໃຫ້ເອົາໃຈໃສ່ສຶກສາອົບຮົມ,ຂົນຂວາຍ,ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແຫນ້ນຫນາ, ເສີມຂະຫຍາຍກໍາລັງແຮງທົ່ວສັງຄົມໂດຍຕິດພັນກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ຕາມກົນໄກ ອີງໃສ່ປະຊາຊົນ,ໃຫ້ປະຊາຊົນໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດ ແລະ ຕິດຕາມ,ກວດກາ,ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ,ຍົກສູງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ການສ້າງກອງທຶນພັດທະນາ-ກອງທຶນສາມັກຄີຕິດພັນກັບການສ້າງບ້ານພັດທະນາ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງວາງອອກ, ພ້ອມທັງຮຽກຮ້ອງໃຫ້ຜູ້ແທນທຸກທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງນໍາເອົາມະຕິ, ເນື້ອໃນກອງປະຊຸມໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.