ທ່ານ ນ. ຄໍາຈັນ ພົມແສງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ ເປັນກຽດຂື້ນຜ່ານ ຮ່າງກົດລະບຽບແນວລາວສ້າງຊາດສະໄຫມທີ XI ສະບັບປັບປຸງ ສູ່ກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດຄັ້ງທີ 5 ສະໄຫມທີ X ເພື່ອ ໃຫ້ຜູ້ແທນກອງປະຊຸມປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດລະບຽບດັ່ງກ່າວ ໃຫ້ມີຄວາມຮັດກຸ່ມ,ແທດເຫມາະກັບສະພາບຄວາມເປັນຈິງຢູ່ໃນສັງຄົມ.
