ສູນກາງແນວລາວສ້າງຊາດ

Lao Front For National Development

ຝຶກອົບຮົມວຽກງານການສ້າງແຜນ ແລະ ຂຽນບົດສະເໜີໂຄງການ ໃຫ້ແນວລາວສ້າງຊາດແຂວງ

ກົມຊົນເຜົ່າ ສູນກາງແນວລາວສ້າງຊາດ ຈັດກອງປະຊຸມຝຶກອົບຮົມການສ້າງແຜນງານ, ການຂຽນບົດສະເໜີໂຄງການ ໃຫ້ພະນັກງານແນວລາວສ້າງຊາດຂັ້ນແຂວງ ຄື: ແຂວງອຸດົມໄຊ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານແນວລາວສ້າງຊາດບັນດາເມືອງ ຂອງສາມແຂວງດັ່ງກ່າວ ເຂົ້າຮ່ວມ ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ໃນວັນທີ 6-7 ສິງຫາ 2021 ຜ່ານມານີ້, ໂດຍການເປັນປະທານ ຂອງທ່ານ ໄມ ຄຳວົງ ຫົວໜ້າກົມຊົນເຜົ່າ ສູນກາງແນວລາວສ້າງຊາດ, ທ່ານ ນາງ ມະນີວັນ ແກ້ວໂກມິນ ຮອງຫົວໜ້າກົມຊົນເຜົ່າ ສູນກາງແນວລາວສ້າງຊາດ, ຫົວໜ້າໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ເຂົ້າຮ່ວມ.

ຈຸດປະສົງຕົ້ນຕໍໃນການຝຶກອົບຮົມຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ພະນັກງານແນວລາວສ້າງຊາດແຂວງ ແລະ ເມືອງ ຂອງ 3 ແຂວງດັ່ງກ່າວ ມີຄວາມເຂົ້າໃຈຖຶກຕ້ອງຕໍ່ກັບຫຼັການໃນການຂຽນບົດສະເໜີໂຄງການ ແລະ ວຽກງານບໍລິຫານໂຄງການ. ກອງປະຊຸມໄດ້ຮັບຟັງການເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດ ໂດຍຫຍໍ້, ໄດ້ຮັບຟັງການຜ່ານຮ່າງກົດລະບຽບວ່າດ້ວຍກອງທຶນ ແລະ ການນຳໃຊ້ກອງທຶນປົກປັກຮັກສາສິ່ງແວດລ້ອມ, ໄດ້ຮຽນຮູ້ຄວາມຮູ້ພຶ້ນຖານກ່ຽວກັບການບໍລິຫານໂຄງການ, ໄດ້ຮຽນຮູ້ຫຼັກການໃກນານຂຽນບົດສະເໜີໂຄງການ. ນອກນີ້, ຜູ້ເຂົ້າຮ່ວມໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນນຳກັນຕໍ່ກັບບັນດາເນື້ອໃນຂອງເອກະສານທີ່ໄດ້ຮຽນໃນຄັ້ງນີ້ຢ່າງກົງໄປກົງມາ.

ໂອກາດນີ້ ທ່ານ ນາງ ມະນີວັນ ແກ້ວໂກມິນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ເຂົ້າຮ່ວມ ທີ່ໄດ້ຕັ້ງໃຈຮັບຟັງການບັນຍາຍເອກະສານ, ໄດ້ເອົາໃຈໃສ່ໃນການປະກອບຄຳເຫັນແລກປ່ຽນນຳກັນ ແລະ ທ່ານ ໄດ້ຮຽນຮ້ອງໃຫ້ຄະນະຮັບຜິດຊອບຈາກບັນດາແຂວງທີ່ໄດ້ເຂົ້າຮ່ວມໃນຄັ້ງນີ້ ສຶບຕໍ່ລົງຊຸກຍູ້ວຽກງານບ້ານຂຽວສະອາດງາມຕາ ຢູ່ບັນດາບ້ານເປົ້າໝາຍ, ລົງຕິດຕາມກວດກາຄືນບັນດາບ້ານທີ່ໄດ້ລົງຊຸກຍູ້ ໃນໄລຍະຜ່ານມາ, ສຶບຕໍ່ສຶກສາອົບຮົມປະຊາຊົນ ໃຫ້ມີຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດຂະບວນການດັ່ງກ່າວ ໃຫ້ເປັນຂະບວນການຟົດຟື້ນ, ໃຫ້ຄະນະຮັບຜິດຊອບໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ ສຶບຕໍ່ປະສານສົມທົບເຊິ່ງກັນ ແລະກັນ ເພື່ອຈັດຕັ້ງໂຄງການດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດ; ໃຫ້ນຳເອົາບົດຮຽນ, ປະສົບການ ທີ່ໄດ້ຝຶກອົບຮົມ ໃນຄັ້ງນີ້ ໄປສຶກສາຄົ້ນຄວ້າ ເພື່ອເຮັດໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບໃນການຂຽນບົດສະເໜີໂຄງການຕ່າງໆ.

ພາບ+ຂ່າວ: ເຢ້ ຢ່າ

ບກ ໂດຍ ສຊ ຈື້ໄຊ

 

info@lfnd.org.la | 021 213754 | (856-21) 453191