ສູນກາງແນວລາວສ້າງຊາດ

Lao Front For National Development

ພິທິເປີດການນຳໄຊ້ແອັບຟຣິແຄເຊິນຂອງ ສນຊ ຢາງເປັນທາງການ

ວັນທີ 13 ກໍລະກົດ 2020 ຜ່ານມານີ້, ສູນກາງແນວລາວສ້າງຊາດໄດ້ເປັດນໍາໃຊ້ແອັຟຣິເຄເຊິນ LFND ຢ່າງເປັນທາງການ ເພື່ອຮັບປະກັນໃນການໂຄສະນາວຽກງານແນວລາວສ້າງຊາດໃຫ້ມີຄວາມວອງໄວ ແລະ ທັນກັບສະຖານນະການ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ແລະ ວັນສໍາຄັນ ຂອງຊາດໃຫ້ເປັນຂະບວນການຟົດຟື້ນໃນຂອບເຂດທົ່ວປະເທດ ເຊີ່ງພິທີທີ່ມີຄວາມໝາຍສໍາຄັນນີ້ ເປັນກຽດເຂົ້າຮ່ວມເປີດການນໍາໃຊ້ແອັບ ຂອງທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານ ຮອງປະທານສູນກາງແນວລາວສ້າງຊາດ, ກໍາມະການສູນກາງແນວລາວສ້າງຊາດ ອ້ອມຂ້າງສູນກາງພ້ອມດ້ວຍແຂກຖືເຊີນເຂົ້າຮ່ວມ.


ໂດຍປະຕິບັດຕາມທິດຊີ້ນໍາ ຂອງທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ທີ່ເຫັນໄດ້ຄວາມສໍາຄັນ ຂອງວຽກງານສື່ມວນຊົນຍຸກໃໝ່(ສັງຄົມອ່ອນໄລ) ທີ່ມີຄວາມວອງໄວທັນສະໄໝ, ທັນກັບເຫດການ. ເຖີງວ່າໃນໄລຍະທີ່ຜ່ານມາ ສູນກາງແນວລາວສ້າງຊາດ ກໍ່ມີຫຼາຍສື່ເປັນຕັົ້ນແມ່ນສື່ທາງວິທະຍຸ,ສື່ທາງໂທລະພາບ,ວາລະສານ, ໜັງສືພິມສາມັກຄີພັດທະນາ ແລະ ສື່ທາງແວັບໄຊ,ຢູທຣູ, ແຟັດສບຸກ ການປະຊຸມລະບົບທາງໄກ ຫຼື tele conferene ແຕ່ການເປີດນໍາໃຊ້ແອັຟຣິເຄເຊິນນີ້ ມີຄວາມສະດວກ ແລະ ວອງໄວທັນກັບສະຖານນະການ, ໃນປະຈຸບັນຄົນທີ່ເຂົ້າເບີ່ງຂໍ້ມູນຂ່າວສານຕ່າງໆ ແມ່ນເບີ່ງຈາກມືຖືຫຼາຍກວ່າຄອມພີວເຕີ ສະນັ້ນ ການສືສານທາງແອັຟຣິເຄເຊິນ ຂອງມືຖືຈິ່ງເປັນຍຸດທະສາດໃໝ່ແຫ່ງການກະຈາຍຂໍ້ມູນຂ່າວສານ, ແອັຟ ຈະເປັນສູນລວມ ຂອງຂໍ້ມູນຂ່າວສານ ມີລະບົບການແຈ້ງເຕື່ອນ, ມີຄວາມເຊື້ອຖືໄດ້, ມີຄວາມປອດໄພສູງ, ປະຢັດເວລາ, ສາມາດຄຸ້ມຄອງດ້ວຍຕົນເອງ, ເປັນລະບົບທີ່ສັງຄົມມີຄວາມນິຍົມໃຊ້ທົ່ວໂລກ.

IMG_3245
ແອັຟນີ້ ສາມາດດາວໂຫຼດໄດ້ທັງອຸປະກອນ IOS(ໄອໂອເອສ) ຫຼື Android(ແອນດຣອຍ), ຂັ້ນຕອນດາວໂຫຼດ ແລະ ນໍາໃຊ້ດັ່ງນີ້:
ຖ້າທ່ານໃຊ້ມືຖື Iphone ແມ່ນລະບົບ IOS, ແລະ Sumsung ແມ່ນລະບົບ Android ທ່ານ ສາມາດດາວໂຫຼດຜ່ານ ກຸໂກແພລຫຼືຜ່ານ App store(ແອັຟສະຕໍ ) ແລະ ຫຼັງຈາກນັ້ນ ທ່ານ ພິມ LFND ແລະ ຕິດຕັ້ງເທົ່ານັ້ນ ທ່ານກໍ່ສາມາດຕິດຕາມຂໍ້ມູນຂ່າວສານຕ່າງໆ ຂອງສູນກາງແນວລາວສ້າງຊາດແບບວອງໄວ, ປະຢັດເວລາ ແລະ ທັນກັບເຫດການ.

info@lfnd.org.la | 021 213754 | (856-21) 453191