ສູນກາງແນວລາວສ້າງຊາດ

Lao Front For National Development

  ພິທິ ມອບ-ຮັບ ຄອມພິວເຕີ

        ໃນວັນທີ 11 ສິງຫາ 2020 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບ-ຮັບຄອມພິວເຕີ 15 ຊຸດ. ໃນນີ້, ມອບ 6 ຊຸດໃຫ້ແກ່ແນວລາວສ້າງຊາດ ແຂວງບໍ່ແກ້ວ ແລະ 9 ຊຸດໃຫ້ແນວລາວສ້າງຊາດແຂວງສາລະວັນ ເພື່ອນໍາໃຊ້ເຂົ້າໃນວຽກງານຂອງຕົນ ໂດຍການກ່າວມອບຂອງທ່ານ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ກ່າວຮັບໂດຍທ່ານ ສົມເລັດ ຈູລະມະນີ ກໍາມະການພັກແຂວງ, ປະທານແນວລາວສ້າງຊາດ ແຂວງສາລະວັນ ແລະ ທ່ານ ດາລີວັນ ພູສະຫວັນ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງບໍ່ແກ້ວ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ພ້ອມກັນນີ້, ປະທານແນວລາວສ້າງຊາດທັງສອງແຂວງໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສູນກາງແນວລາວສ້າງຊາດ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ໃຫ້ການອຸປະຖໍາ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະເອົາອຸປະກອນຈໍານວນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕ່າງໆຂອງຫ້ອງການໃຫ້ເກີດຜົນປະໂຫຍດສູງສຸດ.

info@lfnd.org.la | 021 213754 | (856-21) 453191