ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີກ່າວປິດງານສະແດງສິນຄ້າ ແລະ ອາຫານ

ງານວາງສະແດງສິນຄ້າ ແລະ ອາຫານ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ (13 ສິງຫາ 1950-13 ສິງຫາ 2022) ທີ່ຈັດຂຶ້ນຢູ່ທີ່ສູນກາງແນວລາວສ້າງຊາດ ລະຫວ່າງ ວັນທີ 11-13 ສິງຫາ 2022 ນີ້. ມາຮອດວັນທີ 13 ສິງຫາ 2022 ກໍ່ໄດ້ມີພິທີປິດລົງຢ່າງເປັນທາງການ ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ກ່າວປິດໂດຍທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານ ສນຊ, ຫົວໜ້າຄະນະຮັບຜິດຊອບປີສາມັກຄີ ລາວ-ຫວຽດນາມຂອງ ສນຊ, ມີທ່ານ ນາງ ຄຳມາ ເພັດວິໄຊ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ມີທ່ານ ຄະນອງລິດ ສີສົມບູນ ຄະນະປະຈຳ, ຫົວໜ້າກົມສາສະໜາ, ມີທ່ານ ນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາ, ທ່ານ ນາງ ແກ້ວມະນີວອນ ຜາລິຂັນ ຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ, ປະທານສະມາຄົມຄຸນຄ່າລາວ, ມີທ່ານ ຄຳພັນ ເໝືອນສິດທິດາ ຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ, ປະທານສະມາຄົມສຽງແຄນລາວ, ມີບັນດາທ່ານໃນຄະນະຮັບຜິດຊອບຈັດງານ, ຕາງໜ້າຜູ້ອຸປະຖຳ, ຜູ້ປະກອບການ ຫ້າງຮ້ານ ທຸລະກິດໃນງານວາງສະແດງສິນຄ້າ ແລະ ອາຫານ ເຂົ້າຮ່ວມ.

ໃນພິທີຄະນະຮັບຜິດຊອບ ກໍ່ໄດ້ຈັດກິດຈະກຳ ຖາມ-ຕອບ ຄຳຖາມກ່ຽວກັບສອງວັນປະຫວັດສາດຄື: ວັນເຊັນສົນທິສັນມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ມູນເຊື້ອຂອງແນວລາວສ້າງຊາດຕະຫຼອດໄລຍະ 72 ປີ ເພື່ອຮັບລາງວັນ. ພ້ອມກັນນີ້ຍັງໄດ້ຮັບຊົມການປະກອບສ່ວນ: ຂັບລຳ, ຮ້ອງເພງ ແລະ ເປົ່າແຄນ ຈາກສະມາຄົມສຽງແຄນລາວ. ຫຼັງຈາກນັ້ນ ທ່ານ ຮອງປະທານ ສນຊ ກໍ່ໄດ້ຂຶ້ນມີຄຳເຫັນ ແລະ ກ່າວປິດພິທີຢ່າງເປັນທາງການ ພ້ອມທັງໃຫ້ກຽດມອບໃບກຽດຕິຄຸນໃຫ້ແກ່ພາກສ່ວນການຈັດຕັ້ງ, ຫົວໜ່ວຍທຸລະກິດ ແລະ ນິຕິບຸກຄົນໃນສັງຄົມ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນດ້ານວັດຖຸ ແລະ ເງິນສົດ ເຊິ່ງເປັນການຊຸກຍູ້ໃນງານວາງສະແດງສິນຄ້າ ແລະ ອາຫານໃນຄັ້ງນີ້.

info@lfnd.org.la | 021 213754 | (856-21) 453191