ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະ ທານສູນກາງແນວລາວສ້າງຊາດ ປະດັບຫຼຽນກາລະນຶກ 70 ປີ ແນວລາວສ້າງຊາດ ໃຫ້ປະທານກຸ່ມບໍລິສັດ ໂຄລາວ ພ້ອມຄະນະ ຈໍານວນ 4 ທ່ານ, ທີ່ໄດ້ປະກອບສ່ວນໃນວຽກງານແນວລາວສ້າງຊາດ ໂດຍສະເພາະ ວຽກງານໜັງສືພິມ ສາມັກຄີພັດທະນາ. ໃນວັນທີ 17 ທັນວາ 2020 ທີ່ ສູນກາງແນວລາວສ້າງຊາດ.