ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີຕ້ອນຮັບຄະນະຜູ້ແທຂັ້ນສູງສູນກາງແນວໂຮມປະເທດຊາດຫວຽດນາມ.​

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍການນໍາ ຕະຫຼອດຮອດພະນັກງານ-ລັດຖະກອນ ຂອງສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໂດວັນຈຽນ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການໃນຕອນບ່າຍ ຂອງວັນທີ 26 ກໍລະກົດ 2022 ທີ່ສໍານັກງານສູນກາງແນວລາວສ້າງຊາດ ທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພວມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ຢ່າງຟົດຟື້ນ ແລະ ມີຄວາມໝາຍຢ່າງເລິກເຊິ່ງ.
ໃນໄລຍະຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 26-28 ກໍລະກົດ 2022ນີ້, ຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດຫວຽດນາມ ຈະໄດ້ເຂົ້າພົບປະສອງຝ່າຍ,​ເຊັນບົດບັນທຶກຮ່ວມມື,​ ປະດັບຫລຽນປະເພດຕ່າງໆ ໃຫ້ການນໍາ, ກໍາມະການ ສນຊ ແລະ​ພະນັກງານ​ ສນຊ​ຈໍານວນໜຶ່ງ,​ ຢ້ຽມຂ່ຳນັບການນຳສູງສຸດ ຂອງ ສປປ ລາວ ແລະ ຈະໄປຢ້ຽມຢາມພື້ນຖານເສດຖະກິດ ການຜະລິດ ຢູ່ນະຄອນຫຼວງວຽງຈັນຈຳນວນໜຶ່ງຕື່ມອີກ.
info@lfnd.org.la | 021 213754 | (856-21) 453191