ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານໜັງສືພິມ ໄດ້ໃຫ້ກຽດຖະ ແຫຼງຂ່າວກ່ຽວກັບການສ້າງຕັ້ງໜັງສືພິມ “ສາມັກຄີພັດທະນາ” ສຽງຂອງສູນກາງແນວລາວສ້າງຊາດ ໃນອາທິດຜ່ານມານີ້ ທີ່ສູນ ຝຶກອົບຮົມສູນກາງແນວລາວສ້າງຊາດ ມີບັນດາທ່ານຄະນະບັນນາທິການໜັງສືພິມສາມັກຄີພັດທະນາ ພ້ອມດ້ວຍສື່ມວນຊົນ ຈາກຫຼາຍພາກສ່ວນເຂົ້າຮ່ວມ.
ເຊິ່ງການສ້າງຕັ້ງໜັງສືພິມ ສາມັກຄີພັດທະນາ ເພື່ອເປັນກະບອກສຽງຂອງສູນກາງແນວລາວສ້າງຊາດ ໃນການຕອບ ສະໜອງຂໍ້ມູນຂ່າວສານກ່ຽວກັບວຽກງານແນວໂຮມໃຫ້ແກ່ສັງຄົມ, ປະກອບສ່ວນໂຄສະນາ, ເຜີຍແຜ່ແນວທາງນະໂຍບາຍ ຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ການເຄື່ອນໄຫວຂອງແນວລາວສ້າງຊາດ ໃນແຕ່ລະ ໄລຍະລົງສູ່ກຸ່ມເປົ້າໝາຍຕ່າງໆໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃຫ້ກວ້າງຂວາງ, ທັງຮັບປະກັນການຕອບໂຕ້ທຸກຖ້ອຍທໍາ ນອງໃນການໂຄສະນາບິດເບືອນ, ການໃສ່ຮ້າຍປ້າຍສີຂອງພວກອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີຕໍ່ແນວທາງຂອງພັກ ໂດຍສະເພາະແມ່ນເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ, ໄວ ນັບທັງຄົນເຊື້ອຊາດລາວທີ່ດໍາລົງຊິວິດຢູ່ຕ່າງປະເທດ; ພ້ອມກັບການສົ່ງເສີມ ແລະ ປົກປັກຮັກສາມູນເຊື້ອວັດ ທະ ນະທໍາຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ; ເປັນແຫຼ່ງສະໜອງຂໍ້ມູນຂ່າວສານກ່ຽວກັບແນວທາງນະໂຍ ບາຍ ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງແນວລາວສ້າງຊາດ ວາງອອກໃຫ້ປະຊາຊົນຮັບຮູ້ຢ່າງກວ້າງຂວາງ; ເປັນພາຫະນະສໍາລັບຖ່າຍທອດຂໍ້ມູນຂ່າວສານປະຈໍາເດືອນ ແລະ ນໍາເອົາແນວຄິດຕ່າງໆໄປສູ່ກຸ່ມຜູ້ອ່ານທີ່ມີລັກສະນະການ ເມືອງ ແລະ ຄວາມກ້າວໜ້າທາງດ້ານສັງຄົມ, ທັງເປັນພາຫະນະສື່ສານ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ.
ທ່ານ ບຸນຈອມ ວົງເພັດ ຫົວໜ້າບັນນາທິການໜັງສືພິມ ສາມັກຄີພັດທະນາ ໄດ້ກ່າວວ່າ: ໜັງສືພິມສາມັກຄີພັດທະ ນາ ພາຍໃຕ້ການຊີ້ນໍາຂອງຄະນະປະຈໍາ ສນຊ ຊຶ່ງໜັງສືພິມດັ່ງກ່າວມີທັງໝົດ 16 ໜ້າ ແລະ 4 ໜ້າ ສໍາລັບໂຄສະນາທົ່ວໄປ, ຜະລິດຕະພັນນີ້ ເປັນໜັງສືພິມໂຄສະນາການເຄື່ອນໄຫວວຽກງານຮອບດ້ານຂອງ ສນຊ ຊຶ່ງປະກອບມີຂ່າວ, ບົດຄວາມ-ບົດ ນໍາ, ຄໍລໍາວັດທະນະທໍາ-ສັງຄົມ, ສາລະໜ້າຮູ້, ສຸຂະພາບ, ກິລາ ແລະ ຄໍລໍາອື່ນໆ; ໃນປັດຈຸບັນ ນອກຈາກໜັງສືພິມແລ້ວຍັງມີ ລາຍການວິທະຍຸ-ໂທລະພາບ, ເວັບໄຊ ແລະ ວາລະສານ; ທ່ານ ບຸນຈອມ ຍັງໃຫ້ຮູ້ຕື່ມວ່າ: ເຊິ່ງເປົ້າໝາຍການແຈກຢາຍ ແມ່ນສົ່ງໄປທົ່ວປະເທດ ໂດຍມີຢູ່ 4 ພາກສ່ວນຕົ້ນຕໍຄື: ແຈກຢາຍໃຫ້ແກ່ກໍາມະການສູນກາງແນວລາວສ້າງຊາດ, ກໍາມະການ ແນວລາວສ້າງຊາດແຂວງ ໃນ 17 ແຂວງທົ່ວປະເທດ, ແຈກຢາຍໄປຫາເມືອງ-ບ້ານ ພິມແຈກຢາຍໃນເບື້ອງຕົ້ນ 5.000 ສະບັບ ແລະ ຄາດວ່າປີ 2018 ຫາກມີຄວາມສາມາດຂະຫຍາຍຕື່ມໃຫ້ໄດ້ 10.000 ສະບັບ, ໜັງສືພິມສາມັກຄີພັດທະນາ ເປັນ ຜະລິດຕະພັນໃໝ່ຂອງວຽກງານສື່ມວນຊົນ ທັງເປັນກະບອກສຽງຂອງສູນກາງແນວລາວສ້າງຊາດ ເຊຶ່ງເປັນໜັງສືພິມລາຍ ເດືອນໄດ້ອອກສູ່ສາຍຕາສັງຄົມຢ່າງເປັນທາງການເປັນສະບັບພິມອອກພິເສດ ໃນໂອກາດຂ່ຳນັບຊົມເຊີຍກອງປະຊຸມຄະນະປະ ຈໍາ ສນຊ ເປີດກວ້າງ ຄັ້ງທີ 2 ສະໄໝທີ X ໃນຕົ້ນເດືອນຕຸລາ 2017 ນີ້.