ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີບຳເພັນກຸສົນເບື້ອງຫນ້າຫີບບັນຈຸກາຍສັງຂານພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ຍາທ່ານມະຫາງອນ ດຳຣົງບຸນ) ມື້ທີ2

ວັນທີ 26 ມີນາ 2020. ເວລາ 18:00 ໂມງ ທ່ານ ນ. ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດພ້ອມດ້ວຍຄະນະເຂົ້າຮ່ວມ ພິທີສູດພຣະອະພິທັມ ບຳເພັນກຸສົນຖວາຍບູຊາຄຸນພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ຍາທ່ານມະຫາງອນ ດຳຣົງບຸນ) ອາດີດປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ທີ່ຫໍທັມມະສະພາ ວັດພະທາດຫຼວງເໜືອ ນະຄອນຫລວງວຽງຈັນ. ເຊີ່ງໄດ້ຮັບຄວາມເມດຕາເປັນປະທານຝ່າຍສົງໂດຍ ພຣະຫຼັກແກ້ວ ມະຫາສຸເມທາທິບໍດີ (ຍາທ່ານມະຫາບຸນມາ ສິມມາພົມ) ຮອງປະທານ ສູນກາງອົງການພຸດທະສາສະນາສຳພັນແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະບໍລິຫານງານ ປະຈຳການ ສູນກາງ ອພສ. ພຣະເຖຣານຸເຖຣະ, ພຣະພິກສຸສົງ-ສາມະເນນ.


ປະທານຝ່າຍຄາຣະວາດ ຍາແມ່ປ້າ ນາລີ ສີສຸລິດ ພັນລະຍາຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄອບຄົວການນຳພັກລັດ, ອົງການຈັດຕັ້ງທຸກພາກສ່ວນ ພໍ່ແມ່ປະຊາຊົນ ສັດທາຍາດໂຍມທຸກທ່ານ; ເປັນເຈົ້າພາບໂດຍ: ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ຍາທ່ານ ມະຫາເຫວດ ມະເສໄນ) ຮອງປະທານ ສູນກາງ ອພສ. ພ້ອມດ້ວຍສິດສານຸສິດ ແລະ ສູນກາງແນວລາວສ້າງຊາດ; ຄະນະສູດອະພິທັມ: ຄະນະ ອພສ.ນະຄອນຫລວງວຽງຈັນ ແລະ ອົງສະແດງພຣະທັມມະເທສະໜາ : ພະອາຈານໃຫຍ່ ບຸນທະວີ ປະສິດທິສັກ.

info@lfnd.org.la | 021 213754 | (856-21) 453191